ກະຊວງປ້ອງກັນຄວາມສະຫງົບຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 9 ມັງກອນນີ້.
ທ່ານເຈຍຈວິ້ນສຽງ ໂຄສົກກະຊວງປ້ອງກັນຄວາມສະຫງົບຈີນແຈ້ງໃຫ້ຮູ້ວ່າ: ປີ 2023, ໂດຍແນໃສ່ອາດຊະຍາກຳການຫຼອກລວງຜ່ານທາງອິນເຕີເນັດແລະໂທລະຄົມທີ່ກ່ຽວຂ້ອງກັບຈີນຢູ່ພາກເໜືອມຽນມາ, ຈີນແລະມຽນມາໄດ້ຈັດວາງ ແລະຊຸກຍູ້ການຮ່ວມມືປະຕິບັດກົດໝາຍຕາມເຂດຊາຍແດນ, ໄດ້ດຳເນີນການກວາດລ້າງຫຼາຍຮອບລຽນຕິດ, ພາກສ່ວນປະຕິບັດກົດໝາຍຂອງທ້ອງຖິ່ນທີ່ກ່ຽວຂ້ອງຢູ່ພາກເໜືອມຽນມາໄດ້ມອບຜູ້ຕ້ອງຫາໃຫ້ຝ່າຍຈີນທັງໝົດ 41 ພັນກວ່າຄົນແລ້ວ.