ອົງການປົກຄອງເຂດບໍລິຫານພິເສດຮົງກົງລົງນາມໃນອະນຸສັນຍາວ່າດ້ວຍການປັບປຸງສັນຍາການຄ້າເສລີກັບອາຊຽນ

2024-01-10 14:42:31 CRI

 

ວັນທີ 9 ມັງກອນນີ້, ທ່ານຊິ່ວຢີ້ງຮວ້າ, ຫົວໜ້າກົມການພັດທະນາການຄ້າແລະເສດຖະກິດຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງໄດ້ລົງນາມໃນ “ອະນຸສັນຍາສະບັບທຳອິດວ່າດ້ວຍ ການປັບປຸງສັນຍາການຄ້າເສລີ ລະຫວ່າງຮົງກົງແລະອາຊຽນ. ອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ: ການລົງນາມໃນອະນຸສັນຍາຈະຊ່ວຍໃຫ້ຍົກສູງຄວາມສາມາດການແຂ່ງຂັນໃນຕະຫຼາດຂອງສິນຄ້າທີ່ກ່ຽວຂ້ອງແລະການຊຸກຍູ້ການຈໍລະຈອນດ້ານການຄ້າ, ສ້າງໂອກາດພັດທະນາການຄ້າຢູ່ຕະຫຼາດອາຊຽນໃຫ້ຫຼາຍກວ່າເກົ່າແກ່ວິສາຫະກິດຮົງກົງ.

 

ທ່ານຊິ່ວຢີ້ງຮວ້າກ່າວວ່າ, ອາຊຽນແມ່ນຄູ່ການຄ້າສິນຄ້າໃຫຍ່ອັນດັບສອງຂອງຮົງກົງ, ນັບແຕ່ສັນຍາການຄ້າເສລີໄດ້ຮັບການລົງນາມໃນປີ 2017 ເປັນຕົ້ນມາ, ຍອດມູນຄ່າການຄ້າສິນຄ້າໄດ້ເພີ່ມຂຶ້ນຫຼາຍກວ່າ 38%, ໄດ້ບັນລຸປະມານ 1.294 ຕື້ໂດລາຮົງກົງໃນປີ 2022, ເຊື່ອວ່າການຈັດຕັ້ງປະຕິບັດຂອງອະນຸສັນຍາດັ່ງກ່າວຈະຊຸກຍູ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງຮົງກົງແລະປະເທດສະມາຊິກອາຊຽນຕ່າງໆຂຶ້ນສູ່ລະດັບໃໝ່ຕື່ມອີກ.