ປະເທດຕ່າງໆໃນທົ່ວໂລກກຳລັງຍື່ນແຂນອອກມາຕ້ອນຮັບນັກທ່ອງທ່ຽວຈີນໃນປີ 2024

2024-01-11 16:17:10 cri

ເມື່ອບໍ່ດົນມານີ້, ສະພາມົນຕີຂະແໜງການທ່ອງທ່ຽວໂລກ ຫຼື WTTC ແລະ ສະຖາບັນຄົ້ນຄວ້າເສດຖະກິດ Oxford ໄດ້ຮ່ວມກັນເປີດເຜີຍບົດລາຍງານ ໂດຍຄາດຄະເນວ່າ: ໃນປີ 2023, ອັດຕາການປະກອບສ່ວນຂອງຂະແໜງການທ່ອງທ່ຽວທີ່ມີຕໍ່ GDP ຂອງປະເທດຈີນແມ່ນ 7,8% ເຊິ່ງບໍ່ຫຼຸດລື່ນກັນຫຼາຍກັບອັດຕາຂອງປີ 2019 ທີ່ເປັນ 11,6%. ສະຖາບັນຄົ້ນຄວ້າການທ່ອງທ່ຽວຈີນຄາດຄະເນວ່າ: ຈຳນວນນັກທ່ອງທ່ຽວໃນທົ່ວປະເທດຈີນໃນປີ 2023 ຈະບັນລຸເຖິງ 5 ຕື້ 407 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວຈະຟື້ນຟູໃຫ້ເຖິງ 91% ຂອງລາຍໄດ້ສູງສຸດໃນປີ 2019. ນັກວິເຄາະຊີ້ອອກວ່າ: ເຖິງແມ່ນວ່າກິດຈະການທ່ອງທ່ຽວພາຍໃນປະເທດ ແລະ ທ່ອງທ່ຽວຕ່າງປະເທດຂອງຈີນຍັງບໍ່ທັນກັບຂຶ້ນມາເຖິງລະດັບກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ຂະແໜງການທ່ອງທ່ຽວພາຍໃນປະເທດຈີນໄດ້ຮັບການຟື້ນຟູຢ່າງແຂງແຮງແລ້ວ.

ອີງຕາມຂໍ້ມູນທີ່ເປີດເຜີຍໂດຍກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນສະແດງໃຫ້ເຫັນວ່າ: ໃນ 3 ໄຕມາດທຳອິດຂອງປີ 2023, ການທ່ອງທ່ຽວພາຍໃນປະເທດຂອງຈີນໄດ້ບັນລຸເຖິງ 3 ຕື້ 670 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວບັນລຸ 3.700 ຕື້ຢວນ, ຕ່າງກໍເພີ່ມຂຶ້ນ 75% ແລະ 114% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ໃນໄລຍະພັກປີໃໝ່ສາກົນ 2024, ຈຳນວນນັກທ່ອງທ່ຽວພາຍໃນປະເທດຂອງຈີນແມ່ນ 135 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວພາຍໃນປະເທດບັນລຸເຖິງ 79 ຕື້ 730 ລ້ານຢວນ, ຕ່າງກໍເພີ່ມຂຶ້ນ 155,3% ແລະ 200,7% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນໄລຍະພັກປີໃໝ່ສາກົນພຽງແຕ່ 3 ວັນເທົ່ານັ້ນ, ນະຄອນຮາບິນທີ່ຢູ່ພາກເໜືອຂອງຈີນ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 3 ລ້ານເທື່ອຄົນ ແລະ ມີລາຍໄດ້ຈາກການທ່ອງທ່ຽວ 5 ຕື້ 914 ລ້ານຢວນ. ການທ່ອງທ່ຽວພາຍໃນປະເທດຈີນໄດ້ຮັບການຟື້ນຟູຢ່າງແຂງແຮງ.

ໃນດ້ານການທ່ຽວທ່ຽວຕ່າງປະເທດຂອງຈີນ, ເຖິງແມ່ນວ່າຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດໃນ 6 ເດືອນຕົ້ນຂອງປີ 2023 ໄດ້ບັນລຸ 40 ລ້ານເທື່ອຄົນ ແລະ ຕົວເລກດັ່ງກ່າວໃນໝົດປີ 2023 ຈະເພີ່ມຂຶ້ນຫຼາຍເຊັ່ນກັນກໍຕາມ, ແຕ່ຍັງມີຄວາມອາດເປັນໄປໄດ້ຈະຕ່ຳກວ່າຕົວເລກກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19. ໃນປີ 2019, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດໄດ້ບັນລຸ 155 ລ້ານເທື່ອຄົນ. ນັກວິເຄາະຊີ້ອອກວ່າ: ຈຳນວນຖ້ຽວບິນມີຄວາມຈຳກັດ ແລະ ການຮ້ອງຂໍວີຊ່າມີຫຼາຍເກີນໄປຈົນບໍ່ສາມາດແກ້ໄຂຢ່າງທັນການ ເປັນສາເຫດສ່ວນໜຶ່ງທີ່ເຮັດໃຫ້ການທ່ອງທ່ຽວຕ່າງປະເທດຊັກຊ້າ. ຄຽງຄູ່ກັບຈຳນວນຖ້ຽວບິນເພີ່ມຂຶ້ນ ແລະ ການປັບປຸງນະໂຍບາຍວີຊ່າ, ນັກວິເຄາະດ້ານການທ່ອງທ່ຽວມີຄວາມເຫັນໃນແງ່ດີຕໍ່ການໄປທ່ຽວຕ່າງປະເທດຂອງພົນລະເມືອງຈີນໃນປີ 2024.

ອີງຕາມຂໍ້ມູນຈາກບໍລິສັດວິເຄາະການບິນ OAG ສະແດງໃຫ້ເຫັນວ່າ: ຈຳນວນບ່ອນນັ່ງຂອງຖ້ຽວບິນສາກົນຂອງຈີນໃນເດືອນທັນວາປີ 2023 ເປັນພຽງແຕ່ 62% ຂອງຕົວເລກໃນເດືອນມັງກອນປີ 2019 ເທົ່ານັ້ນ. ຕາມຂ່າວລາຍງານວ່າ: ຈີນກຳລັງພະຍາຍາມເພີ່ມຖ້ຽວບິນໂດຍສານສາກົນ. ເມື່ອບໍ່ດົນມານີ້, ອົງການຕິດຕາມຄຸ້ມຄອງການບິນຈີນແຈ້ງໃຫ້ຮູ້ວ່າ: ຄາດວ່າເມື່ອຮອດທ້າຍປີ 2024, ແຕ່ລະອາທິດຈະມີຖ້ຽວບິນໂດຍສານສາກົນ 6.000 ຖ້ຽວ, ເປັນປະມານ 80% ຂອງຈຳນວນຖ້ຽວບິນໂດຍສານສາກົນກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດ.

ໃນດ້ານວີຊ່າ, ໃນເດືອນພະຈິກປີ 2023, ຈີນໄດ້ຕົກລົງຈະທົດລອງເປີດກວ້າງຂອບເຂດຍົກເວັ້ນວີຊ່າຝ່າຍດຽວ ໂດຍຈະທົດລອງປະຕິບັດນະໂຍບາຍຍົກເວັ້ນວີຊ່າຕໍ່ບຸກຄົນທີ່ຖືພາດສປອດທຳມະດາຂອງ 6 ປະເທດ ຄື: ຝຣັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ແອັສປາຍ ແລະ ມາເລເຊຍແຕ່ຝ່າຍດຽວ ພ້ອມທັງໄດ້ວາງແຜນຈະຍົກເວັ້ນວີຊ່າ 30 ວັນຕໍ່ກັນກັບສິງກະໂປ. ນະໂຍບາຍຂອງຈີນໄດ້ຮັບການຕອບຮັບຢ່າງຕັ້ງໜ້າຈາກຫຼາຍປະເທດ ເຊັ່ນ: ໄທຈະຍົກເວັ້ນວີຊ່າຢ່າງຖາວອນຕໍ່ນັກທ່ອງທ່ຽວຈີນ, ອິນໂດເນເຊຍກຳລັງພິຈາລະນາຈະປະຕິບັດນະໂຍບາຍເຂົ້າເມືອງໂດຍຍົກເວັ້ນວີຊ່າຕໍ່ພົນລະເມືອງຂອງ 20 ປະເທດທີ່ລວມທັງປະເທດຈີນ, ລັດຖະບານຫວຽດນາມກຳລັງພິຈາລະນາຈະຍົກເວັ້ນວີຊ່າໃຫ້ນັກທ່ອງທ່ຽວຈີນ ແລະ ອິນເດຍ.

ໃນຕົ້ນປີ 2023, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດແມ່ນປະມານ 10% ຂອງຕົວເລກກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19, ເມື່ອຮອດທ້າຍປີ 2023 ໄດ້ເພີ່ມຂຶ້ນຮອດ 62% ແລ້ວ. ຄຽງຄູ່ກັບຈຳນວນຖ້ຽວບິນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຂໍ້ກຳນົດດ້ານວີຊ່ານັບມື້ນັບຜ່ອນຄາຍລົງ ແລະ ຈຳນວນຂະບວນລົດໄຟສາກົນຈີນ-ລາວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການທ່ອງທ່ຽວຕ່າງປະເທດຂອງຈີນໃນປີ 2024 ຈະເປັນປີທີ່ໜ້າຄອງຄອຍທີ່ສຸດອີກປີໜຶ່ງ. ໃນບຸນກຸດຈີນທີ່ໃກ້ຈະໝູນວຽນມາເຖິງ, ປະເທດຕ່າງໆຈະກຽມພ້ອມທຸກຢ່າງ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ.