ກະຊວງປ້ອງກັນຄວາມສະຫງົບຫວຽດນາມແລະກະຊວງປ້ອງກັນຄວາມສະຫງົບ ຈີນເຊັນບົດບັນທຶກຊ່ວຍຈຳການຮ່ວມມືດ້ານຄວາມໝັ້ນຄົງທາງການເມືອງ

2024-01-12 14:25:47 CRI

 

ໃນຕອນບ່າຍຂອງວັນທີ 10 ມັງກອນນີ້, ກະຊວງປ້ອງກັນຄວາມສະຫງົບຫວຽດນາມແລະກະຊວງປ້ອງກັນຄວາມສະຫງົບຈີນໄດ້ຈັດກອງປະຊຸມສົນທະນາຂັ້ນຮອງລັດຖະມົນຕີກ່ຽວກັບຄວາມໝັ້ນຄົງທາງການເມືອງຂອງຫວຽດນາມ-ຈີນຄັ້ງທຳອິດ. ທ່ານພົນໂທ ເລ ຄວັກ ຫູງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຫວຽດນາມແລະທ່ານເສີນ ສື ຢວນ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນເປັນປະທານຮ່ວມໃນກອງປະຊຸມ.

 

ໃນກອງປະຊຸມ, ສອງຝ່າຍໄດ້ແຈ້ງສະພາບກ່ຽວກັບສະຖານະການໂລກແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນ, ໄດ້ປະເມີນຜົນສຳເລັດດ້ານການຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງການເມືອງລະຫວ່າງກະຊວງປ້ອງກັນຄວາມສະຫງົບສອງປະເທດແລະໄດ້ສະເໜີທິດທາງການຮ່ວມມືຕໍ່ໜ້າ. ເພື່ອເສີມຂະຫຍາຍບົດບາດຂອງຜົນສຳເລັດທີ່ໄດ້ຮັບໃນການພົວພັນດ້ານການຮ່ວມມືໃນປັດຈຸບັນນີ້ຕື່ມອີກ, ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນໃນດ້ານການເມືອງ, ສອງຝ່າຍເຫັນດີເປັນເອກະສັນກັນວ່າຈະຈັດຕັ້ງປະຕິບັດ “ຖະແຫຼງການຮ່ວມລະຫວ່າງຫວຽດນາມ-ຈີນ” ພ້ອມດ້ວຍເອກະສານການຮ່ວມມືທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ.

 

ຫຼັງຈາກກອງປະຊຸມສິ້ນສຸດລົງ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືດ້ານຄວາມໝັ້ນຄົງທາງການເມືອງລະຫວ່າງກະຊວງປ້ອງກັນຄວາມສະຫງົບຫວຽດນາມແລະກະຊວງປ້ອງກັນຄວາມສະຫງົບຈີນ.