ໜຶ່ງປີທີ່ຂ້າພະເຈົ້າຢູ່ຈີນ -- ນັກທຸລະກິດຈາກປະເທດນີເຊຣີ

2024-01-12 11:04:23 CRI



    ທ່ານ ກາລູ ໂອຈີ ແມ່ນນັກທຸລະກິດການຄ້າຕ່າງປະເທດທີ່ມາຈາກປະເທດນີເຊຣີ, ລາວໄດ້ພົບໂອກາດການຄ້າຢູ່ຕະຫຼາດສິນຄ້າຂະໜາດນ້ອຍອີ້ອູ່ຂອງແຂວງເຈີ້ຈ່ຽງຈີນ. ຕະຫຼາດແຫ່ງນີ້ໄດ້ເຕົ້າໂຮມສິນຄ້າເກືອບໝົດທຸກປະເພດ, ບໍ່ເຄີຍເຮັດໃຫ້ລາວຜິດຫວັງຈັກເທື່ອ. ທ່ານ ກາລູ ໂອຈີ ເປັນຄົນຊື່ສັດໃຈດີ ແລະ ຊຳລະຄ່າຢ່າງທັນການ ຈຶ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າ. ສະນັ້ນ, ທຸລະກິດຂອງລາວໄດ້ດຳເນີນໄປຢ່າງສະດວກສະບາຍ. ຮູບແບບທຸລະກິດຂອງລາວງ່າຍດາຍ ແລະ ມີປະສິດທິຜົນສູງ ຄື: ຈັດຊື້ສິນຄ້າຢູ່ຕະຫຼາດອີ້ອູ່, ຂົນສົ່ງເມືອຮອດທະວີບອາຟຣິກາ ແລະ ຂາຍຕໍ່. ລາວໄດ້ຕັ້ງເປົ້າໝາຍໃຫ້ແກ່ຕົນເອງ ຄື: ສ້າງກຳໄລໃຫ້ໄດ້ 2 ລ້ານໂດລາໃນປີ 2024 ນີ້.