ຈີນຫວັງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຂອງມຽນມາຈົ່ງປະຕິບັດຕາມສັນຍາຢຸດຍິງທີ່ໄດ້ເຊັນກັນ

2024-01-13 14:28:57 cri


ວັນທີ 12 ມັງກອນນີ້, ທ່ານນາງ ເໝົາໜີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຕັ້ງຄຳຖາມກ່ຽວກັບການເຈລະຈາສັນຕິພາບຢູ່ພາກເໜືອມຽນມາ.


ທ່ານນາງ ເໝົາໜີງ ແນະນຳໃຫ້ຮູ້ວ່າ: ວັນທີ 10 ຫາ 11 ມັງກອນ 2024, ພາຍໃຕ້ການໄກ່ເກ່ຍແລະຊຸກຍູ້ຂອງຝ່າຍຈີນ, ກອງທັບມຽນມາກັບຜູ້ແທນກຳລັງປະກອບອາວຸດຊົນເຜົ່າທ້ອງຖິ່ນ 3 ແຫ່ງ ໄດ້ຈັດການເຈລະຈາສັນຕິພາບ ຢູ່ນະຄອນຄຸນໝິງແຂວງຢຸນນານຈີນ ແລະໄດ້ເຊັນສັນຍາຢຸດຍິງຢ່າງເປັນທາງການ. ສອງຝ່າຍເຫັນດີຢຸດຍິງໃນທັນທີ, ບຸກຄົນທາງການທະຫານຢຸດການປະທະກັນ, ແກ້ໄຂຄວາມຂັດແຍ້ງແລະຄວາມຮ້ອງຂໍທີ່ກ່ຽວຂ້ອງ ຜ່ານການເຈລະຈາສັນຕິພາບ. ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ທຳລາຍຄວາມປອດໄພຂອງປະຊາຊົນຢູ່ເຂດຊາຍແດນແລະຄົນຈີນທີ່ປະຕິບັດໂຄງການຢູ່ມຽນມາ. ສອງຝ່າຍໄດ້ດຳເນີນການເປິກສາຫາລືກ່ຽວກັບການຢຸດຍິງແລະວຽກງານອື່ນໆ. ການຮັກສາທ່ວງທ່າການເຈລະຈາສັນຕິພາບຢຸດຍິງຢູ່ພາກເໜືອມຽນມາ, ສອດຄ່ອງກັບຜົນປະໂຫຍດຂອງຝ່າຍຕ່າງໆຢູ່ມຽນມາ ມີຜົນດີຕໍ່ການຮັກສາສັນຕິພາບແລະສະຖຽນລະພາບຢູ່ເຂດຊາຍແດນຈີນ-ມຽນມາ.


ທ່ານນາງເໝົາໜີງກ່າວເນັ້ນວ່າ, ຈີນຫວັງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຂອງມຽນມາຈົ່ງປະຕິບັດຕາມສັນຍາຢຸດຍິງທີ່ໄດ້ເຊັນກັນ, ຮັກສາຄວາມອົດກັ້ນຢ່າງສຸດຂີດ, ສືບຕໍ່ແກ້ໄຂບັນຫາຜ່ານການເຈລະຈາ, ພ້ອມກັນຊຸກຍູ້ຂະບວນສັນຕິພາບຢູ່ພາກເໜືອມຽນມາໃຫ້ໄດ້ຮັບຄວາມຄືບໜ້າ. ຝ່າຍຈີນຍິນດີສືບຕໍ່ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອຕາມຄວາມສາມາດຂອງຕົນ, ແລະເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ.