ພິທີເປີດກິດຈະກຳ “ປີແລກປ່ຽນວັດທະນະທຳຈີນ-ກຳປູເຈຍ” ຈັດຂຶ້ນຢູ່ນະຄອນຊຽມຣຽບກຳປູເຈຍ

2024-01-14 15:18:45 cri

ພິທີເປີດກິດຈະກຳ “ປີແລກປ່ຽນວັດທະນະທຳຈີນ-ກຳປູເຈຍ” ຈັດຂຶ້ນຢູ່ນະຄອນຊຽມຣຽບປະເທດກຳປູເຈຍໃນຕອນຄ່ຳວັນທີ 13 ມັງກອນນີ້, ໃນພິທີດັ່ງກ່າວໄດ້ອ່ານສານຊົມເຊີຍຂອງທ່ານຮຸນມາເນ ນາຍົກລັດຖະມົນຕີກຳປູເຈຍທີ່ມີຕໍ່ກິດຈະກຳ “ປີແລກປ່ຽນວັດທະນະທຳຈີນ-ກຳປູເຈຍ”.


ໃນສານຊົມເຊີຍຂອງທ່ານຮຸນມາເນໄດ້ລະບຸວ່າ: ກຳປູເຈຍຈະສືບຕໍ່ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ສຸມໃສ່ປັບປຸງມິດຕະພາບອັນເປັນມູນເຊື້ອລະຫວ່າງກຳປູເຈຍ-ຈີນຢ່າງສະເໝີຕົ້ນສະເໝີປາຍ ແລະ ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ. ປີ 2024, ກຳປູເຈຍຈະພະຍາຍາມດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຈາກຈີນໄປທ່ອງທ່ຽວ ແລະ ໄປລົງທຶນຢູ່ກຳປູເຈຍໃຫ້ໄດ້ຫຼາຍກວ່າເກົ່າ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ຍ່ອມຈະເຂັ້ມແຂງກວ່າເກົ່າ, ໝັ້ນຄົງກວ່າເກົ່າ ແລະ ເປັນໄປຢ່າງຖາວອນ, ຈະຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງຊາວໜຸ່ມສອງປະເທດ ພ້ອມທັງຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍຕື່ມອີກ.