ພະລັງຊີວິດດ້ານການຄ້າກັບຕ່າງປະເທດຂອງຈີນກຳເນີດຈາກໃສ?

2024-01-14 16:28:24 CRI


“ການສົ່ງອອກເຕີບໂຕຂຶ້ນຢ່າງເໜືອຄວາມຄາດໝາຍ” “ການນຳເຂົ້າມີປະລິມານເກີນຄາດຫວັງ”…..ເມື່ອເບິ່ງການລາຍງານຂ່າວຂອງສື່ມວນຊົນຕ່າງປະເທດກ່ຽວກັບການຄ້າກັບຕ່າງປະເທດຂອງຈີນຈະໄດ້ເຫັນວ່າ, ຄຳສັບທີ່ວ່າ “ເກີນຄາດຫວັງ” ໄດ້ກາຍເປັນຄຳສັບທີ່ສຳຄັນ. ວັນທີ 12 ມັງກອນ 2024, ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍຕົວເລກໂດຍຢືນຢັນວ່າ: ຍອດມູນຄ່າຂາເຂົ້າ-ຂາອອກຂອງຈີນໃນປີ 2023 ມີເຖິງ 41.760 ຕື້ຢວນ, ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ປີ 2022, ມີຫວັງຈະຮັກສາຖານະເປັນປະເທດໃຫຍ່ອັນດັບໜຶ່ງດ້ານການຄ້າສິນຄ້າຂອງໂລກເປັນ 7 ປີຕິດຕໍ່ກັນ.

 


ເມື່ອເບິ່ງຈາກການສົ່ງອອກແລ້ວ, ອີງຕາມການຄາດຄະເນຂອງອົງການການຄ້າໂລກ, ປີ 2023, ສິນຄ້າສົ່ງອອກຂອງຈີນຍັງຮັກສາສ່ວນແບ່ງໃນຕະຫຼາດສາກົນຢູ່ໃນລະດັບປະມານ 14% ເຊິ່ງເປັນລະດັບທີ່ສູງສົມຄວນ. ຈີນໄດ້ເສີມຂະຫຍາຍທ່າແຮງທີ່ເປັນປະເທດໃຫຍ່ອັນດັບໜຶ່ງດ້ານການຜະລິດອຸດສາຫະກຳໃນໂລກຢ່າງເຕັມສ່ວນ. ປີ 2023, ໃນຍອດມູນຄ່າສິນຄ້າສົ່ງອອກທີ່ເປັນ 23.770 ຕື້ຢວນນັ້ນ, ຜະລິດຕະພັນຈາກອຸດສາຫະກຳການຜະລິດໄດ້ກວມ 23.510 ຕື້ຢວນ. ໃນນັ້ນ, ການສົ່ງອອກເຄື່ອງອຸປະກອນເພີ່ມຂຶ້ນ 2,8%, ກວມເກືອບ 60% ໃນຍອດມູນຄ່າການສົ່ງອອກ.



ຈີນໄດ້ເປີດກວ້າງການນຳເຂົ້າຢ່າງຕໍ່ເນື່ອງ ເຊິ່ງກໍນັບມື້ນັບກາຍເປັນໂອກາດຮ່ວມຂອງໂລກ. ໃນ 1 ປີຜ່ານມາ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານມະຫະກຳສິນຄ້ານຳເຂົ້າ-ສົ່ງອອກຈີນ, ງານມະຫະກຳສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ແລະ ງານວາງສະແດງທີ່ສຳຄັນຕ່າງໆທີ່ຈີນຈັດຂຶ້ນ ໄດ້ອຳນວຍໂອກາດຫຼາຍກວ່າເກົ່າໃຫ້ແກ່ນັກທຸລະກິດປະເທດຕ່າງໆເພື່ອເຂົ້າເຖິງຕະຫຼາດຈີນ, ຕະຫຼາດໃຫຍ່ຂອງຈີນນັບມື້ນັບກາຍເປັນຕະຫຼາດໃຫຍ່ຂອງໂລກ. ພະລັງຊີວິດດ້ານການຄ້າກັບຕ່າງປະເທດຂອງຈີນມາຈາກໃສ? ເສດຖະກິດຈີນຟື້ນຟູ ແລະ ດີຂຶ້ນຢ່າງຕໍ່ເນື່ອງ, ພວມກະຕຸກຊຸກຍູ້ຄວາມຕ້ອງການທີ່ນຳເຂົ້າສິນຄ້າ ແລະ ຊຸກຍູ້ການສົ່ງອອກສິນຄ້າ. ເມື່ອບໍ່ດົນມານີ້, ອົງການກອງທຶນເງິນຕາສາກົນ ແລະ ອົງການຈັດຕັ້ງສາກົນອື່ນໆໄດ້ພາກັນປັບຂຶ້ນການຄາດຄະເນຕໍ່ຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີ 2023. ອົງການຈັດຕັ້ງສາກົນຫຼາຍສຳນັກຄາດຄະເນວ່າ, ປີ 2023 ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ການເຕີບໂຕຂອງເສດຖະກິດໂລກຈະມີປະມານ 30% ຂຶ້ນໄປ. ເສດຖະກິດຈີນຍັງຄົງເປັນຫົວຈັກໃຫຍ່ທີ່ສຸດສຳລັບການພັດທະນາຂອງເສດຖະກິດໂລກ.