ເປັນຫຍັງລົດຂອງຈີນຈຶ່ງໄດ້ຮັບຄວາມນິຍົມຈາກທົ່ວໂລກ?

2024-01-14 16:59:10 cri

ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສະມາຄົມອຸດສາຫະກຳລົດຈີນສະແດງໃຫ້ເຫັນວ່າ: ໃນປີ 2023, ປະລິມານການຜະລິດລົດ ແລະ ປະລິມານການຈຳໜ່າຍລົດຂອງຈີນຕ່າງກໍໄດ້ບັນລຸ 30 ກວ່າລ້ານຄັນ ເຊິ່ງຢູ່ອັນດັບໜຶ່ງຂອງໂລກເປັນ 15 ປີລຽນຕິດ. ສິ່ງທີ່ໜ້າສົນໃຈກໍຄື: ປະລິມານການສົ່ງອອກລົດຂອງຈີນບັນລຸເຖິງ 4 ລ້ານ 9 ແສນ 1 ໝື່ຄັນ, ໃນນັ້ນ ລົດພະລັງງານໃໝ່ 1 ລ້ານ 2 ແສນ 3 ພັນຄັນ, ກວມເອົາ 1/4.

ປັດຈຸບັນ, ລົດຂອງຈີນໄດ້ສົ່ງອອກສູ່ 200 ກວ່າປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ສື່ມວນຊົນຍີ່ປຸ່ນລາຍງານວ່າ: ເລື່ອງນີ້ໝາຍຄວາມວ່າ: ຈີນໄດ້ລື່ນກາຍຍີ່ປຸ່ນ ແລະ ກາຍເປັນປະເທດທີ່ສົ່ງອອກລົດຫຼາຍທີ່ສຸດໃນທົ່ວໂລກ.

ເປັນຫຍັງລົດຈີນໄດ້ຮັບຄວາມນິຍົມຈາກທົ່ວໂລກ? ຜູ້ຊ່ຽວຊານທີ່ກ່ຽວຂ້ອງໃຫ້ສຳພາດຕໍ່ນັກຂ່າວວ່າ: ກ່ອນອື່ນແມ່ນຍ້ອນວ່າໃນຊຸມປີຜ່ານມານີ້, ສະມັດຖະພາບ ແລະ ຄຸນນະພາບຂອງລົດຈີນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບໄດ້ຮັບການຍອມຮັບຈາກຜູ້ບໍລິໂພກທົ່ວໂລກ ໂດຍສະເພາະແມ່ນຍີ່ຫໍ້ລົດທີ່ປະດິດສ້າງໂດຍຈີນສາມາດກຳໄດ້ໂອກາດໃໝ່ໃນດ້ານລົດພະລັງງານໃໝ່ໂດຍອາໄສການປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ສາມາດບຸເບີກຕະຫຼາດຕ່າງປະເທດຕື່ມອີກ ແລະ ຊຸກຍູ້ການສົ່ງອອກລົດ.

ອີງຕາມການຄາດຄະເນຫຼ້າສຸດຈາກກຸ່ມບໍລິສັດ UBS ຂອງສະວິດສະແດງໃຫ້ເຫັນວ່າ: ໃນປີ 2024, ວິສາຫະກິດຜະລິດລົດຂອງຈີນຈະສົ່ງອອກລົດໄປຕ່າງປະເທດ 5 ລ້ານຄັນ, ໃນນັ້ນ, ຄວາມຕ້ອງການສ່ວນໃຫຍ່ແມ່ນມາຈາກອາຊີຕາເວັນອອກສຽງໃຕ້ ແລະ ປະເທດກຳລັງພັດທະນາອື່ນໆ. ນີ້ຈະຮັດແໜ້ນຖານະຂອງຈີນໃນການເປັນປະເທດໃຫຍ່ອັນດັບໜຶ່ງໃນການສົ່ງອອກລົດ ແລະ ຈະສ້າງຜົນປະໂຫຍດ ແລະ ໂອກາດຫຼາຍກວ່າເກົ່າໃຫ້ແກ່ບັນດາປະເທດ.