ປັກກິ່ງກຳລັງສ້າງປະຫວັດສາດ

2024-01-15 17:50:51 CRI


    ໃນປີທີ່ປັກກິ່ງຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວ, ທ່ານ  ໂທມັສ ບາກ ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການໂອລິມປິກສາກົນ. ການຢ້ຽມຢາມປະເທດຈີນແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານພາຍຫຼັງດຳລົງຕຳແໜ່ງດັ່ງກ່າວ.


    ທ່ານ ບາກ ກ່າວວ່າ: ພວກເຮົາຂອບໃຈນຳທ່ານປະທານສີຈິ້ນຜິງ ທີ່ສຸດ, ເຖິງວ່າເພິ່ນມີວຽກງານສຳຄັນຫຼາຍຢ່າງກໍຕາມ, ໂດຍສະເພາະໄດ້ນຳພາປະເທດຈີນຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງສຳເລັດຜົນ. ເພິ່ນຍັງໄດ້ຍາດເວລາໄປສຳຫຼວດກວດກາສະໜາມກິລາຂອງງານກິລາໂອລິມປິກລະດູໜາວປັກກິ່ງ 2022 ທັງໝົດ. ພາຍໃຕ້ການແພ່ລະບາດຂອງພະຍາດໂຄວິດ-19, ສະໜາມກິລາທັງໝົດໄດ້ສ້າງສຳເລັດ ແລະ ກຽມພ້ອມຮຽບຮ້ອຍກ່ອນຈັດງານກິລາໂອລິມປິກລະດູໜາວ 1 ປີ, ນີ້ແມ່ນແບບຢ່າງທີ່ດີຢ່າງໜຶ່ງທີ່ສາມາດສະແດງໃຫ້ເຫັນເຖິງພະລັງຊີວິດ, ຄວາມຕັດສິນໃຈ ແລະ ປະສິດທິພາບຂອງປະເທດຈີນ, ພວກເຮົາຮູ້ສຶກເຄົາລົບນັບຖືທີ່ສຸດ.