ກະຊວງການຕ່າງປະເທດລາວໄດ້ອອກຖະແຫຼງການກ່ຽວກັບຜົນການເລືອກຕັ້ງຂອງເຂດໄຕ້ຫວັນຈີນ

2024-01-15 14:28:57 cri

ວັນທີ 14 ມັງກອນນີ້, ກະຊວງການຕ່າງປະເທດລາວໄດ້ອອກຖະແຫຼງການກ່ຽວກັບຜົນການເລືອກຕັ້ງຂອງເຂດໄຕ້ຫວັນຈີນ, ເນື້ອໃນຕົ້ນຕໍມີດັ່ງຕໍ່ໄປນີ້:

 

ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ຍຶດໝັ້ນປະຕິບັດຕາມຫຼັກການປະເທດຈີນດຽວຢ່າງເດັດດ່ຽວໜຽວແໜ້ນມາໂດຍຕະຫຼອດ, ສະໜັບສະໜູນສິດ ແລະຜົນປະໂຫຍດອັນຊອບທຳຂອງຈີນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງຈີນເຊັ່ນບັນຫາໄຕ້ຫວັນ ແລະອື່ນໆ, ສະໜັບສະໜູນພາລະກິດເຕົ້າໂຮມປະເທດຊາດໃຫ້ເປັນເອກະພາບກັນຂອງຈີນ. ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ, ສປປລາວຍຶດໝັ້ນເຫັນວ່າ: ເຂດໄຕ້ຫວັນເປັນພາກສ່ວນໜຶ່ງຂອງສປຈີນທີ່ບໍ່ສາມາດແຍກອອກຈາກກັນໄດ້, ຄັດຄ້ານການກະທຳດ້ວຍທຸກຮູບແບບທີ່ຈະທຳລາຍອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງສປຈີນ.