ໂລກນີ້ເກີດຄວາມວຸ້ນວາຍຢູ່ບໍ່ເຊົາ, ຈີນກໍພະຍາຍາມເສີມຂະຫຍາຍບົດບາດຂອງຕົນ ເພື່ອສ້າງຄວາມສະຫງົບໃຫ້ແກ່ໂລກ

2024-01-15 16:12:08 cri

ຫວ່າງມໍ່ໆມານີ້, ກອງທັບສອງປະເທດອາເມຣິກາ ແລະ ອັງກິດໄດ້ກໍ່ການຫຼອນໂຈມຕີທາງອາກາດຕໍ່ຫຼາຍທ້ອງຖິ່ນຂອງເຢເມນ, ໄດ້ທຳລາຍເປົ້າໝາຍຫຼາຍສິບແຫ່ງຂອງກຸ່ມປະກອບອາວຸດຮູທີ ແລະ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບສິບກວ່າຄົນ. ພາຍຫຼັງມາ, ກຸ່ມປະກອບອາວຸດຮູທີໄດ້ຮ່ວມກັບກຸ່ມປະກອບອາວຸດຕ້ານອາເມຣິກາອື່ນໆໃນພາກພື້ນຕາເວັນອອກກາງ ໄດ້ຕ່າວໂຈມຕີຖານທັບຂອງອາເມຣິກາໃນພາກພື້ນນັ້ນ ແລະ ປະກາດ “ສະໜັບສະໜູນປາແລັດສະຕິນ” ພ້ອມທັງໄດ້ຫຼອນໂຈມຕີກຳປັ່ນ “ທີ່ມີສ່ວນກ່ຽວຂ້ອງກັບອິດສະຣາແອນ” ຢູ່ທະເລແດງ, ກຳປັ່ນຂົນສົ່ງສິນຄ້າເດີນທະເລທາງໄກ ທີ່ເດີນເຮືອຜ່ານເຂດນັ້ນຕ່າງກໍສະທ້ານຫວັ່ນໄຫວຍ້ອນເລື່ອງນີ້.


ສຳນັກຂ່າວສານພົມເພວຂອງອາເມຣິກາໄດ້ລາຍງານໃນຫວ່າງມໍ່ໆມານີ້ວ່າ, ປັດຈຸບັນ, ມີກຳປັ່ນຂົນສົ່ງສິນຄ້າເດີນທະເລທາງໄກຈຳນວນບໍ່ໜ້ອຍ ລ້ວນແຕ່ໄດ້ລະບຸ “ຈຸດໝາຍປາຍທາງເປີດເຜີຍ” ຂອງຕົນເປັນ “ປະເທດຈີນ” ໃນໄລຍະເດີນຜ່ານທະເລແດງ ຫຼືວ່າໄດ້ໝາຍເຫດເປັນພິເສດວ່າ, ລູກເຮືອເປັນສັນຊາດຈີນໝົດ ແລະ ເນື້ອໃນອື່ນໆ. ເປັນທີ່ຈະແຈ້ງແລ້ວວ່າ, ເຈົ້າຂອງ ແລະ ລູກເຮືອຂອງກຳປັ່ນເຫຼົ່ານີ້ລ້ວນແຕ່ເຫັນວ່າ, “ການເນັ້ນໃສ່ມີສ່ວນກ່ຽວຂ້ອງກັບຈີນ” ໃນຂໍ້ມູນເປີດເຜີຍ ກໍຈະຫຼີກເວັ້ນການຖືກຫຼອນໂຈມຕີໃນໄລຍະເດີນເຮືອຜ່ານທະເລແດງ.


ຄວາມຈິງພິສູດໃຫ້ເຫັນວ່າ, ວິທີນີ້ບັງເກີດຜົນທີ່ສຸດ. ຂ່າວສານພົມເພວລາຍງານວ່າ, ຫວ່າງມໍ່ໆມານີ້, ກຳປັ່ນ 5 ລຳທີ່ໄດ້ລະບຸຂໍ້ມູນກ່ຽວຂ້ອງກັບຈີນ ລ້ວນແຕ່ໄດ້ເດີນເຮືອອອກຈາກທະເລແດງຢ່າງປອດໄພແລ້ວ. ຈາກນີ້ເຫັນໄດ້ວ່າ, ຢູ່ພາກພື້ນຕາເວັນອອກກາງ, ການມີສ່ວນກ່ຽວຂ້ອງກັບຈີນ ສະເໝືອນ “ນາມບັດ” ທີ່ມີອິດທິພົນ ເຊິ່ງສາມາດຫຼີກເວັ້ນການຫຼອນໂຈມຕີໄດ້ຢ່າງແທ້ຈິງ.

ກ່ອນໜ້ານີ້, ມີສື່ມວນຊົນເຄີຍລາຍງານວ່າ, ຖ້າເປັນກຳປັ່ນຂົນສົ່ງສິນຄ້າທີ່ໄດ້ແຂວນທຸງຊາດຈີນ ເດີນເຮືອຜ່ານທະເລແດງ ຈະບໍ່ຖືກຫຼອນໂຈມຕີ, ຈົນເຖິງຂັ້ນມີຂ່າວລືວ່າ, ເຮືອໄວຂອງກຸ່ມປະກອບອາວຸດຮູທີຍັງເຄີຍປ້ອງກັນການເດີນເຮືອຂອງກຳປັ່ນຂົນສົ່ງສິນຄ້າທີ່ໄດ້ແຂວນທຸງຊາດຈີນ. ເປັນທີ່ຈະແຈ້ງແລ້ວວ່າ, ເວົ້າໃນດ້ານໃດດ້ານໜຶ່ງແລ້ວ, ຈີນໄດ້ກາຍເປັນ “ບັດເດີນທາງທີ່ປອດໄພ” ສຳລັບກຳປັ່ນຂົນສົ່ງສິນຄ້າ ໃນໄລຍະເດີນເຮືອຜ່ານທະເລແດງ. ສະນັ້ນ, ໃນໄລຍະມໍ່ໆມານີ້, ມີກຳປັ່ນຂົນສົ່ງສິນຄ້າຕ່າງປະເທດຈຳນວນບໍ່ໜ້ອຍ ລ້ວນແຕ່ “ສ້າງການພົວພັນກັບຈີນ” ໃນໄລຍະເດີນເຮືອຜ່ານທະເລແດງ.


ຈີນໄດ້ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບຢ່າງສະເໝີຕົ້ນສະເໝີປາຍ, ເປັນຜູ້ສະໜັບສະໜູນ ແລະ ຜູ້ປົກປ້ອງສັນຕິພາບໂລກທີ່ເດັດດ່ຽວ. ຍົກການປ້ອງກັນການເດີນເຮືອຢູ່ອ່າວອາແດນ ແລະ ເຂດທະເລໂຊມາລີເປັນຕົວຢ່າງ: ນັບແຕ່ຈີນປະຕິບັດໜ້າທີ່ປ້ອງກັນການເດີນເຮືອຕາມຄວາມຮຽກຮ້ອງຕ້ອງການຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແຕ່ປີ 2008 ເປັນຕົ້ນມາ, 15 ປີຜ່ານມາ, ຂະບວນກຳປັ່ນປ້ອງກັນການເດີນເຮືອຂອງກອງທັບເຮືອຈີນໄດ້ສຳເລັດໜ້າທີ່ປ້ອງກັນການເດີນເຮືອ 1.600 ກວ່າຄັ້ງ, ການກະຈາຍສຽງດ້ວຍພາສາຈີນ ແລະ ພາສາອັງກິດທີ່ມີເນື້ອໃນວ່າ: “ນີ້ແມ່ນຂະບວນກຳປັ່ນປ້ອງກັນການເດີນເຮືອຂອງກອງທັບເຮືອຈີນ, ຖ້າທ່ານມີຄວາມຕ້ອງການ ກໍຮຽກຫາໂດຍຜ່ານຊ່ອງ 16” ໄດ້ກາຍເປັນ “ສຽງແຫ່ງສັນຕິພາບ” ທີ່ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງຕໍ່ກຳປັ່ນຂົນສົ່ງສິນຄ້າ ທີ່ເດີນເຮືອຜ່ານເຂດທະເລດັ່ງກ່າວ.


ນອກນີ້, ຈີນຍັງໄດ້ເສີມຂະຫຍາຍບົດບາດທີ່ເຂົ້າແທນບໍ່ໄດ້ ໃນດ້ານການຊຸກຍູ້ຄວາມປອງດອງກັນລະຫວ່າງຝ່າຍຕ່າງໆໃນພາກພື້ນຕາເວັນອອກກາງ. ປີ 2023, ພາຍໃຕ້ການໄກ່ເກ່ຍທາງການທູດຂອງຈີນ, ພາກພື້ນຕາເວັນອອກກາງໄດ້ປະກົດມີກະແສບັນລຸການສົນທະນາກັນ ແລະ ຟື້ນຟູສາຍພົວພັນທາງການທູດ ໂດຍຖືເອົາການບັນລຸຄວາມປອງດອງກັນລະຫວ່າງອີຣານກັບອາຣັບບີຊາອຸດິດເປັນແບບຢ່າງ. ເຖິງວ່າປາແລັດສະຕິນກັບອິດສະຣາແອນໄດ້ເກີດການປະທະກັນຮອບໃໝ່ໃນຮອບສິບປີ, ແຕ່ການທີ່ສືບຕໍ່ “ເບິ່ງໄປສູ່ທິດຕາເວັນອອກ” ແລະ ລົງເລິກການຮ່ວມມືຕົວຈິງກັບຈີນ ໄດ້ກາຍເປັນທາງເລືອກທົ່ວໄປຂອງປະເທດຕາເວັນອອກກາງ.


ສະຫຼຸບແລ້ວເຫັນວ່າ, ໂລກນີ້ເກີດຄວາມວຸ້ນວາຍຢູ່ບໍ່ເຊົາ, ຈີນກໍພະຍາຍາມເສີມຂະຫຍາຍບົດບາດຂອງຕົນເພື່ອສ້າງຄວາມສະຫງົບໃຫ້ໂລກ. ກຸ່ມປະກອບອາວຸດຮູທີຍິນດີໄວ້ໜ້າໄວ້ຕາກັບຈີນ ໂດຍຮັບປະກັນບໍ່ຫຼອນໂຈມຕີກຳປັ່ນຂົນສົ່ງສິນຄ້າທີ່ມີສ່ວນກ່ຽວຂ້ອງກັບຈີນ ກໍຍ້ອນວ່າຈີນໄດ້ປະກອບສ່ວນຕໍ່ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນນັ້ນ. ຂະນະທີ່ຝ່າຍທີ່ເປັນໄພຂົ່ມຂູ່ຕໍ່ກຳປັ່ນທີ່ເດີນຜ່ານທະເລແດງ ບໍ່ແມ່ນກຸ່ມປະກອບອາວຸດຮູທີດອກ, ຫາກແມ່ນຜົນຮ້າຍຢ້ອນຫຼັງທີ່ເກີດມາຈາກອາເມຣິກາຕັ້ງໃຈ “ກໍ່ສົງຄາມຕົວແທນ” ຢູ່ພາກພື້ນຕາເວັນອອກກາງມາໂດຍຕະຫຼອດ.