ເສັ້ນທາງລົດໄຟຈີນ-ລາວໄດ້ຮັບຄວາມນິຍົມນັບມື້ນັບເພີ່ມຂຶ້ນໃນການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້

2024-01-16 15:30:26 CRI


ນັບແຕ່ປີ 2023 ເປັນຕົ້ນມາ, ບໍລິເວນລຽບຕາມເສັ້ນທາງລົດໄຟຈີນ-ລາວໄດ້ມີຜູ້ໂດຍສານນັບມື້ນັບຫຼາຍ, ການທ່ອງທ່ຽວໂດຍຂີ່ລົດໄຟໂດຍສານສາກົນຕາມ ເສັ້ນທາງລົດໄຟຈີນ-ລາວໄດ້ເປັນທີ່ຄວາມນິຍົມອັນໃໝ່.

 

ແຕ່ວັນທີ 23 – 26 ພຶດສະພາ 2023, ນັກຮຽນປະຖົມ 100 ຄົນຂອງລາວໄດ້ຂີ່ລົດໄຟເດີນທາງຈາກນະຄອນຫຼວງວຽງຈັນໄປຮອດນະຄອນຄຸນໝິງແຂວງຢຸນນານຈີນ, ແລ້ວຂີ່ລົດໄຟຄວາມໄວສູງໄປຮອດນະຄອນຫຼວງປັກກິ່ງ. ຄວາມໃຝ່ຝັນຂອງນັກຮຽນປະຖົມລາວທີ່ຂີ່ລົດໄຟໄປປັກກິ່ງນັ້ນໄດ້ບັນລຸຜົນເປັນຈິງແລ້ວ.

 


ວັນທີ 13 ພະຈິກ 2023, ຂະບວນລົດໄຟສະເພາະການທ່ອງທ່ຽວຖ້ຽວທຳອິດທີ່ຈາກນະຄອນຫຼວງປັກກິ່ງຫາປະເທດລາວໄດ້ອອກເດີນທາງຈາກສະຖານີເຟີ່ງໄທຂອງນະຄອນຫຼວງປັກກິ່ງ, ເມື່ອໄປຮອດນະຄອນຄຸນໝິງແລ້ວ, ກໍແລ່ນຕາມ ເສັ້ນທາງລົດໄຟຈີນ-ລາວຕໍ່ໄປຮອດນະຄອນຫຼວງວຽງຈັນອີກ. ຂະບວນລົດໄຟຖ້ຽວນີ້ໃຊ້ເວລາ 15 ວັນ, ຢູ່ລະຫວ່າງທາງຈະຜ່ານແຫຼ່ງທ່ອງທ່ຽວຕ່າງໆ, ເຊັ່ນ: ສິບສອງພັ່ນນາແຂວງຢຸນນານ, ນະຄອນຊື້ປີ້ແຂວງຫູເປີຍ, ຫຼວງພະບາງຂອງລາວ ແລະອື່ນໆອີກ. ພວກນັກທ່ອງທ່ຽວໄດ້ສຳຜັດກັບມົນສະເໜ່ຂອງ ເສັ້ນທາງລົດໄຟຈີນ-ລາວທີ່ເປັນໂຄງການສຳຄັນເປັນຂີດໝາຍໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.


 

ນັບແຕ່ການເປີດນຳໃຊ້ເປັນຕົ້ນມາ, ເສັ້ນທາງລົດໄຟຈີນ-ລາວໄດ້ອອກແຮງສົ່ງເສີມຮູບແບບການພັດທະນາໃໝ່ “ທາງລົດໄຟ + ການທ່ອງທ່ຽວ”. ຫຼາຍບໍລິສັດທ່ອງທ່ຽວໄດ້ນຳສະເໜີເສັ້ນທາງທ່ອງທ່ຽວຕາມ ເສັ້ນທາງລົດໄຟຈີນ-ລາວ, “ຈາກພູຫິມະຮອດປ່າໄມ້ເຂດຮ້ອນ” “ຈາກທົ່ງພຽງແຂວງເສສວນຮອດປ່າໄມ້ເຂດຮ້ອນ” ແລະ ການບໍລິການທ່ອງທ່ຽວອື່ນໆໄດ້ຮັບຄວາມນິຍົມຫຼາຍ ແລະມີນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ, ນັກທ່ອງທ່ຽວເກືອບ 1 ແສນຄົນໄດ້ສຳຜັດກັບການທ່ອງທ່ຽວຂ້າມຊາດທີ່ “ຂີ່ລົດໄຟທ່ຽວປະເທດລາວ” “ຂີ່ລົດໄຟທ່ຽວປະເທດຈີນ”. ມີຂໍ້ມູນສະແດງໃຫ້ເຫັນວ່າ, ນັບມາຮອດວັນທີ 5 ທັນວາ 2023, ດ່ານບໍ່ຫານໄດ້ກວດກາຂະບວນລົດໄຟໂດຍສານສາກົນ 474 ຖ້ຽວເທື່ອ, ກວດນັກທ່ອງທ່ຽວເຂົ້າອອກເມືອງທີ່ມາຈາກ 75 ປະເທດຂອງ 6 ທະວີບ ລື່ນ100186 ເທື່ອຄົນ ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າອອກເມືອງມີປະມານ 14900 ເທື່ອຄົນ, ກວມ 14,9%, ຜູ້ໂດຍສານສັນຊາດລາວ, ໄທ ແລະ ສິງກະໂປມີຈຳນວນຢູ່ແຖວໜ້າ.

 


ບໍ່ພຽງແຕ່ເທົ່ານັ້ນ, ເສັ້ນທາງລົດໄຟຈີນ-ລາວຍັງໄດ້ປັບປຸງແຜນການຈັດສັນຂະບວນລົດໄຟເລື້ອຍໆ, ເພື່ອຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນສອງຊາດຈີນ ແລະ ລາວ. ນັບແຕ່ເປີດລົດໄຟໂດຍສານສາກົນຕາມ ເສັ້ນທາງລົດໄຟຈີນ-ລາວເປັນຕົ້ນມາ, ຢູ່ລະຫວ່າງນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນສາມາດເດີນທາງໄປຮອດພາຍໃນມື້ດຽວ, ເວລາການແລ່ນລົດຫຼຸດລົງເປັນ 9 ຊົ່ວໂມງ 26 ນາທີ, ເວລາເຂົ້າເມືອງ ແລະ ອອກເມືອງຂອງຜູ້ໂດຍສານຕ່າງໄດ້ຫຼຸດລົງເປັນປະມານ 1 ຊົ່ວໂມງ, ເປົ້າໝາຍການພັດທະນາຂອງລົດໄຟໂດຍສານສາກົນຕາມ ເສັ້ນທາງລົດໄຟຈີນ-ລາວພວມບັນລຸຜົນເປັນຈິງເທື່ອລະກ້າວ. ຢູ່ຕອນປະເທດຈີນມີລົດໄຟ 51 ຖ້ຽວສະເລ່ຍຕໍ່ມື້, ມື້ສູງສຸດໄດ້ເປີດ 74 ຖ້ຽວ, ມື້ທີ່ໄດ້ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດເຖິງ 83000 ເທື່ອຄົນ.

 


ສາມາດເຫັນໄດ້ວ່າ, ເສັ້ນທາງລົດໄຟຈີນ-ລາວພວມໄດ້ຮັບຄວາມນິຍົມຊົມຊອບນັບມື້ນັບເພີ່ມຂຶ້ນໃນການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້. ກ່ອນໜ້ານີ້ ເມື່ອເວົ້າເຖິງການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້, ຄົນສ່ວນຫຼາຍມັກຈະຄິດເຖິງ “ສິງກະໂປ ມະເລເຊຍ ແລະ ໄທ”, ສຳລັບ ເສັ້ນທາງລົດໄຟຈີນ-ລາວຈະຊຸກຍູ້ໃຫ້ການທ່ອງທ່ຽວຂອງລາວພັດທະນາແບບຍືນຍົງ, ແລະສ້າງຜົນງານທີ່ພົ້ນເດັ່ນຢ່າງບໍ່ຢຸດຢັ້ງ.