ຈີນ ແລະສະວິດເຫັນດີເລີ່ມຕົ້ນການເຈລະຈາຍົກລະດັບສັນຍາການຄ້າເສລີຢ່າງເປັນທາງການໂດຍໄວ

2024-01-16 17:42:07 cri

 

ຕອນເຊົ້າວັນທີ 15 ມັງກອນນີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ຈັດການເຈລະຈາກັບທ່ານນາງວິໂອລາ ອຳເຣີດ ປະທານສະຫະພັນສະວິດຢູ່ນະຄອນຫຼວງເບີນຂອງສະວິດ. ທ່ານກາຍ ພາເມລິນ ກຳມະການສະຫະພັນສະວິດ ທັງເປັນລັດຖະມົນຕີກະຊວງເສດຖະກິດ ແລະການສຶກສາສະວິດໄດ້ເຂົ້າຮ່ວມການເຈລະຈາ. ຈີນ ແລະສະວິດປະກາດວ່າໄດ້ສຳເລັດການຄົ້ນຄວ້າຍົກລະດັບສັນຍາການຄ້າເສລີລະຫວ່າງສອງປະເທດ ແລະເປັນເອກະສັນກັນເຫັນດີໃຫ້ສະໜັບສະໜູນການເລີ່ມຕົ້ນການເຈລະຈາຍົກລະດັບສັນຍາການຄ້າເສລີຢ່າງເປັນທາງການໂດຍໄວ. ຈີນຈະຍົກເວັ້ນວີຊາຝ່າຍດຽວຕໍ່ສະວິດ ແລະສະວິດຈະໃຫ້ຄວາມສະດວກດ້ານວີຊາໃຫ້ແກ່ປະຊາຊົນຈີນ ແລະວິສາຫະກິດຈີນທີ່ໄປລົງທຶນຢູ່ສະວິດຫຼາຍກວ່າເກົ່າ.

 

ທ່ານຫຼີສຽງກ່າວວ່າ: ຈີນຍິນດີຮ່ວມກັບສະວິດສືບຕໍ່ເລັ່ງລັດເພື່ອເລີ່ມຕົ້ນການໄປມາຫາສູ່ກັນຄືນໃໝ່ໃນຂັ້ນຕ່າງໆ ແລະຂົງເຂດຕ່າງໆ, ເພີ່ມທະວີການຮ່ວມມືດ້ານການຄ້າເສລີ, ດ່ານພາສີ ແລະອື່ນໆ, ສ້າງຈຸດເຕີບໂຕດ້ານການຮ່ວມມືອັນໃໝ່ ເຊັ່ນ: ການພັດທະນາແບບສີຂຽວ, ການເງິນ, ເສດຖະກິດດິຈີຕອນ ແລະອື່ນໆ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດໃຫ້ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະຍົກລະດັບ.

 

ທ່ານນາງວິໂອລາອຳເຣີດ ແລະທ່ານກາຍ ພາເມລິນກ່າວວ່າ: ສະວິດຍິນດີຮ່ວມກັບຈີນສືບຕໍ່ລົງເລິກການແລກປ່ຽນ ແລະການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດການປະດິດສ້າງໃໝ່ລະຫວ່າງສະວິດ ແລະຈີນໃຫ້ໄດ້ຮັບການພັດທະນາຫຼາຍກວ່າເກົ່າໃນປີມະໂລງຕາມຈັນທະຄະຕິຈີນ.