ກົມໃຫຍ່ດ່ານພາສີຈີນ: ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນໃນ 4 ປີລຽນຕິດ

2024-01-17 14:52:13 cri


ສະຖິຕິຫຼ້າສຸດຂອງກົມໃຫຍ່ດ່ານພາສີຈີນສະແດງໃຫ້ເຫັນວ່າ, ປີ 2023, ການຄ້າລະຫວ່າງຈີນກັບອາຊຽນໄດ້ສືບຕໍ່ຮັກສາການເຕີບໂຕ, ເຊິ່ງໄດ້ບັນລຸ 6.410 ຕື້ຢວນ, ອາຊຽນໄດ້ຄອງຖານະຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນໃນ 4 ປີລຽນຕິດ, ຈີນກໍ່ແມ່ນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນໃນຫຼາຍປີລຽນຕິດ.


ນັບມາຮອດປີ 2023, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ເພີ່ມຂຶ້ນ 16,8 ເທົ່າໃນໄລຍະ 20 ປີທີ່ຜ່ານມາ, ຍອດມູນຄ່າການລົງທຶນຕໍ່ກັນຂອງທັງສອງຝ່າຍ ລວມທັງໝົດມີຫຼາຍກວ່າ 380 ຕື້ໂດລາ.