ຫຼັກການປະເທດຈີນດຽວເປັນຫຼັກການທີ່ໄດ້ຮັບຮູ້ໂດຍທົ່ວໄປ ແລະ ເປັນທ່າອ່ຽງທີ່ຕ້ອງເປັນໄປ

2024-01-17 16:03:29 cri

ວັນທີ 14 ມັງກອນນີ້, ກະຊວງການຕ່າງປະເທດລາວໄດ້ອອກຖະແຫຼງການ ກ່ຽວກັບຜົນການເລືອກຕັ້ງຂອງເຂດໄຕ້ຫວັນຈີນໂດຍລະບຸວ່າ: ລັດຖະບານແຫ່ງສາທາລະນະ ລັດປະຊາທິປະໄຕປະຊາຊົນລາວໄດ້ຍຶດໝັ້ນປະຕິບັດຕາມຫຼັກການປະເທດຈີນດຽວ ຢ່າງເດັດດ່ຽວໜຽວແໜ້ນມາໂດຍຕະຫຼອດ, ສະໜັບສະໜູນສິດ ແລະຜົນປະໂຫຍດ ອັນຊອບທຳຂອງຈີນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງຈີນເຊັ່ນບັນຫາໄຕ້ຫວັນ ແລະອື່ນໆ, ສະໜັບສະໜູນພາລະກິດເຕົ້າໂຮມປະເທດໃຫ້ເປັນ ເອກະພາບກັນຂອງຈີນ. ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ, ສປປ ລາວ ຍຶດໝັ້ນເຫັນວ່າ: ເຂດໄຕ້ຫວັນເປັນພາກສ່ວນໜຶ່ງຂອງ ສປ ຈີນທີ່ບໍ່ສາມາດແຍກອອກ ຈາກກັນໄດ້, ຄັດຄ້ານການກະທຳດ້ວຍທຸກຮູບແບບທີ່ຈະທຳລາຍອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງ ສປ ຈີນ.


ຫຼາຍມື້ມານີ້, ຫຼາຍປະເທດ ແລະ ຫຼາຍອົງການຈັດຕັ້ງສາກົນລ້ວນແຕ່ໄດ້ກ່າວຢ້ຳຫຼັກການປະເທດຈີນດຽວຢ່າງເປີດເຜີຍ, ຄັດຄ້ານ “ການແບ່ງແຍກໄຕ້ຫວັນເປັນເອກະລາດ” ໃນທຸກຮູບແບບ ແລະ ສະໜັບສະໜູນພາລະກິດທ້ອນໂຮມປະເທດເຂົ້າເປັນເອກະພາບຂອງຈີນ, ນີ້ແມ່ນສຽງແຫ່ງສັນຕິພາບ ແລະ ສຽງເປັນທຳຂອງປະຊາຄົມໂລກ.


ນອກນີ້, ວັນທີ 15 ມັງກອນນີ້, ລັດຖະບານນາອູຣູໄດ້ອອກຖະແຫຼງການ ໂດຍປະກາດຮັບຮອງຫຼັກການປະເທດຈີນດຽວ ແລະ ຕັດອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ກັບໄຕ້ຫວັນ, ຍິນດີຟື້ນຟູສາຍພົວພັນທາງການທູດກັບຈີນ. ຕໍ່ເລື່ອງນີ້, ກະຊວງການຕ່າງປະເທດ ແລະ ຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນລ້ວນແຕ່ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງນີ້.

ໃນຊຸມປີຜ່ານມາ, ປະເທດຕ່າງໆໃນໂລກໄດ້ຢືນຢູ່ຄຽງຂ້າງຂອງຄວາມຖືກຕ້ອງທາງປະຫວັດສາດນັບມື້ນັບຫຼາຍຂຶ້ນ, ປັດຈຸບັນ, ປະເທດທີ່ຮັກສາອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ກັບໄຕ້ຫວັນນັ້ນເຫຼືອບໍ່ຫຼາຍແລ້ວ. ພາຍຫຼັງປະເທດນາອູຣູປະກາດ “ຕັດສາຍພົວພັນທາງການທູດ” ກັບໄຕ້ຫວັນແລ້ວ, ປະເທດທີ່ “ສ້າງຕັ້ງສາຍພົວພັນທາງການທູດ” ກັບໄຕ້ຫວັນເຫຼືອພຽງ 12 ປະເທດເທົ່ານັ້ນ ເຊິ່ງໄດ້ສ້າງສະຖິຕິຕ່ຳສຸດໃນປະຫວັດສາດ. ນັບແຕ່ນາງໄຊຢິ່ງເວີນ ຂຶ້ນດຳລົງຕຳແໜ່ງຜູ້ນຳເຂດໄຕ້ຫວັນໃນປີ 2016 ແລະ ວາງນະໂຍບາຍ “ການຕ່າງປະເທດຈິງຈັງ” ເປັນຕົ້ນມາ, ປານາມາ, ໂດມີນີກັນ, ເບີກີນາຟາໂຊ, ຊານວາດໍ, ໝູ່ເກາະໂຊໂລມອນ, ສາທາລະນະລັດກີຣີບາຕີ, ສາທາລະນະລັດນີກາຣາກວາ ແລະ ຮົງດູຣັດ ລ້ວນແຕ່ປະກາດ “ຕັດສາຍພົວພັນທາງການທູດ” ກັບໄຕ້ຫວັນ.


ພຶດຕິກຳຕົວຈິງພິສູດໃຫ້ເຫັນວ່າ, ສະຖານະການໃຫຍ່ຂອງປະຫວັດສາດຈະຂັດຂວາງບໍ່ໄດ້, ໃນໂລກນີ້ມີພຽງແຕ່ປະເທດຈີນດຽວ, ໄຕ້ຫວັນເປັນດິນແດນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງຈີນ, ລັດຖະບານສາທາລະນະລັດປະຊາຊົນຈີນແມ່ນລັດຖະບານຊອບດ້ວຍກົດໝາຍພຽງໜຶ່ງດຽວທີ່ຕາງໜ້າປະເທດຈີນ, ນີ້ໄດ້ຖືກລະບຸໄວ້ໃນມະຕິເລກ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດມາແລ້ວ ແລະ ເປັນທີ່ຮັບຮູ້ໂດຍທົ່ວໄປໃນປະຊາຄົມໂລກ. ບົນພື້ນຖານຫຼັກການປະເທດຈີນດຽວ, ຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 182 ປະເທດໃນໂລກ. ຖະແຫຼງການຂອງປະເທດຕ່າງໆ ລວມທັງ ສປປ ລາວ ແລະ ອົງການຈັດຕັ້ງສາກົນ, ການຕົກລົງຟື້ນຟູສາຍພົວພັນທາງການທູດກັບຈີນຂອງລັດຖະບານນາອູຣູ ໄດ້ຢືນຢັນຢ່າງເຕັມສ່ວນວ່າ, ຫຼັກການປະເທດຈີນດຽວເປັນຫຼັກການທີ່ໄດ້ຮັບຮູ້ໂດຍທົ່ວໄປ ແລະ ເປັນທ່າອ່ຽງທີ່ຕ້ອງເປັນໄປ.