ກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືອາຊີໂປອາວຈະສຸມໃສ່ການຮັບມືກັບສິ່ງທ້າທາຍ ແລະແບກຫາບຄວາມຮັບຜິດຊອບຮ່ວມກັນ

2024-01-17 16:37:41 cri

ວັນທີ 16 ມັງກອນນີ້, ກອງປະຊຸມຖະແຫຼງຂ່າວປີ 2024 ຂອງເວທີເປິກສາຫາລືອາຊີໂປອາວໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ໃນກອງປະຊຸມຄັ້ງນີ້, ທ່ານຫຼີປາວຕຸ່ງ ເລຂາທິຫານໃຫຍ່ເວທີເປິກສາຫາລືອາຊີໂປອາວໄດ້ແນະນຳໃຫ້ຮູ້ວ່າ: ກອງປະຊຸມປະຈຳປີ 2024 ຂອງເວທີເປິກສາຫາລືອາຊີໂປອາວຈະຈັດຂຶ້ນຢູ່ເມືອງໂປອາວແຂວງໄຫຫຼຳຈີນນັບແຕ່ວັນທີ 26 ຫາວັນທີ 29 ມີນານີ້. ປັດຈຸບັນນີ້, ວຽກງານກະກຽມໃຫ້ແກ່ກອງປະຊຸມປະຈຳປີພວມໄດ້ຮັບການປະຕິບັດຢ່າງໜັກແໜ້ນ ແລະເປັນລະບຽບຮຽບຮ້ອຍ. ກອງປະຊຸມປະຈຳປີ 2024 ຈະເຈາະຈົງເປິກສາຫາລືກ່ຽວກັບປະຊາຄົມໂລກຄວນຮັບມືກັບສິ່ງທ້າທາຍ ແລະແບກຫາບຄວາມຮັບຜິດຊອບຮ່ວມກັນແນວໃດ ພາຍໃຕ້ຫົວຂໍ້ “ອາຊີກັບໂລກ: ສິ່ງທ້າທາຍຮ່ວມກັນ, ຄວາມຮັບຜິດຊອບຮ່ວມກັນ”.

 

ກອງປະຊຸມປະຈຳປີ 2024 ຈະແບ່ງອອກເປັນ 4 ພາກສ່ວນ ຄື: “ເສດຖະກິດໂລກ”, “ການປະດິດສ່າງດ້ານວິທະຍາສາດເຕັກນິກ”, “ການພັດທະສາສັງຄົມ” ແລະ “ການຮ່ວມມືສາກົນ” ໂດຍມີຫົວຂໍ້ທັງໝົດຫຼາຍສິບຫົວຂໍ້.