ງານນໍາສະເໜີງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ

2024-01-17 13:57:24 CRI

 

   ງານນໍາສະເໜີງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມເມື່ອວັນທີ 16 ມັງກອນນີ້ ໂດຍມີວິສາຫະກິດ ແລະ ອົງການຈັດຕັ້ງຂອງຫວຽດນາມ 100 ກວ່າແຫ່ງເຂົ້າຮ່ວມ.


   ໃນໂອກາດນີ້, ທ່ານ ຊຸ່ນເສີງໄຫ ຮອງຫົວໜ້າກົມວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ກ່າວວ່າ: ງານນໍາສະເໜີຄັ້ງນີ້ເປັນງານນໍາສະເໜີງານວາງສະແດງສິນຄ້ານຳເຂົ້າສາກົນຈີນຕໍ່ທົ່ວໂລກຄັ້ງທໍາອິດໃນປີ 2024, ພ້ອມດຽວກັນນີ້ຍັງເປັນຄັ້ງທໍາອິດທີ່ໄດ້ນໍາສະເໜີງານວາງສະແດງສິນຄ້ານຳເຂົ້າສາກົນຈີນຢູ່ຫວຽດນາມນໍາອີກ ເຊິ່ງມີຄວາມໝາຍພິເສດ. ທ່ານ ຊຸ່ນເສີງໄຫ ໄດ້ສະແດງຄວາມຍິນດີໃຫ້ວິສາຫະກິດ ແລະ ຜະລິດຕະພັນທີ່ເປັນເອກະລັກ ແລະ ມີທ່າແຮງຂອງຫວຽດນາມ ຮ່ວມກັນຊົມໃຊ້ໂອກາດການພັດທະນາຂອງຈີນໂດຍຜ່ານງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃຫ້ຫຼາຍກວ່າເກົ່າ.