ຮອຍບາດຍ່າງຂອງທ່ານ ສີຈິ້ນຜິງ ຍາມບຸນກຸດຈີນ

2024-01-18 19:04:02 CRI

 

    ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ເມື່ອໃກ້ຈະຮອດບຸນກຸດຈີນທຸກປີ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະໄປຮາກຖານເພື່ອຢື້ຢາມຖາມຂ່າວພະນັກງານ ແລະ ປະຊາຊົນທັງຫຼາຍ. ໃນໄລຍະ 10 ກວ່າປີຜ່ານມາ, ເພິ່ນໄດ້ເດີນທາງໄປແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຕ່າງໆ, ໄລຍະທາງຍາວຫຼາຍກວ່າ 20.000 ກິໂລແມັດ, ເປົ້າໝາຍກໍຄືສຳຫຼວດສະພາບຕົວຈິງດ້ວຍສາຍຕາຂອງເພິ່ນເອງ. ພວກເຮົາໄດ້ຫວນຄືນຮອຍບາດຍ່າງຂອງທ່ານສີຈິ້ນຜິງ ຍາມບຸນກິດຈີນໃນໃນ 10 ປີຜ່ານມາ, ເພື່ອສຳພັດກັບສາຍໄຍຜູກພັນສະໜິດແໜ້ນລະຫວ່າງຜູ້ນຳຈີນກັບປະຊາຊົນຈີນປານປາກັບນ້ຳ.