ແຂວງຊຽມຣຽບກໍາປູເຈຍໄດ້ສ້າງຕັ້ງນະຄອນໃໝ່ເພື່ອຮັບເອົາປະຊາຊົນທີ່ຍົກຍ້າຍມາຈາກບໍລິເວນເຂດອ້ອມແອ້ມບູຮານສະຖານອັງໂກວັດ

2024-01-18 17:45:36 CRI

 

   ຫວ່າງມໍ່ໆມານີ້, ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກໍາປູເຈຍໄດ້ລົງນາມໃນລັດຖະດໍາລັດໂດຍປະກາດໃຫ້ມີການສ້າງຕັ້ງນະຄອນຣຸນຕາເອັກ ເຊິ່ງເປັນນະຄອນໃໝ່ອີກແຫ່ງໜຶ່ງຢູ່ແຂວງຊຽມຣຽບຂອງກໍາປູເຈຍ. ນອກຈາກນະຄອນຊຽມຣຽບທີ່ເປັນເທດສະບານແຂວງຊຽມຣຽບແລ້ວ, ນະຄອນຣຸນຕາເອັກຈະເປັນນະຄອນແຫ່ງທີສອງ ເພື່ອຈະຮັບເອົາປະຊາຊົນທີ່ຈະຍົກຍ້າຍມາຈາກບໍລິເວນອ້ອມແອ້ມບູຮານສະຖານອັງໂກວັດ.


   ນະຄອນຣຸນຕາເອັກມີທີ່ຕັ້ງດ້ານພູມສາດທີ່ໂດດເດັ່ນ, ການທີ່ປະຊາຊົນຢູ່ບໍລິເວນອ້ອມແອ້ມຂອງເຂດບູຮານສະຖານອັງໂກວັດໄດ້ຍົກຍ້າຍເຂົ້າມາດໍາລົງຊີວິດຢູ່ນະຄອນດັ່ງກ່າວດ້ວຍຄວາມສະໝັກໃຈນັ້ນ, ແມ່ນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານກໍາປູເຈຍ ແລະ ອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຫຼື ຢູເນສໂກ (UNESCO) ໃນການປົກປັກຮັກສາຮ່ອງຮອຍປະຫວັດສາດ ແລະ ຄຸນຄ່າທາງດ້ານວັດທະນະທໍາຂອງອັງໂກວັດ ກໍຄືປັບປຸງຖານະບົດບາດອັນສໍາຄັນຂອງອັງໂກວັດໃນບັນຊີລາຍຊື່ມໍລະດົກໂລກໃຫ້ດີຂຶ້ນ.