ສເກົາຫຼີ ອາເມຣິກາ ແລະຍີ່ປຸ່ນ ຈັດການຊ້ອມຮົບຮ່ວມກັນຢູ່ເທິງທະເລ

2024-01-18 16:51:52 cri

ວັນທີ 17 ມັງກອນນີ້, ກອງເສນາທິການປະສົມຂອງ ສເກົາຫຼີ(JCS) ໄດ້ປະກາດວ່າ, ສເກົາຫຼີ ອາເມຣິກາ ແລະຍີ່ປຸ່ນ ໄດ້ຈັດການຊ້ອມຮົບຮ່ວມກັນຢູ່ເທິງທະເລໃນລະຫວ່າງວັນທີ 15 ຫາ 17 ມັງກອນນີ້, ມີກຳປັ່ນບັນທຸກເຮືອບິນພະລັງງານນິວເຄຣລ "ຄາ ວິນຊັນ" ຂອງອາເມຣິກາໄດ້ເຂົ້າຮ່ວມການຊ້ອມຮົບໃນຄັ້ງນີ້.


ຕາມຂ່າວຈາກເວັບໄຊ ຂອງກອງເສນາທິການປະສົມຂອງ ສເກົາຫຼີ(JCS) ລາຍງານວ່າ, ທະຫານເຮືອຂອງສເກົາຫຼີແລະອາເມຣິກາ ກັບ ກອງປ້ອງກັນຕົວເທິງທະເລຍີ່ປຸ່ນ ທັງໝົດໄດ້ສົ່ງກຳປັ່ນຮົບ 9 ລຳ, ເຂົ້າຮ່ວມການຊ້ອມຮົບຮ່ວມກັນຢູ່ໃນເຂດທະເລຫຼວງທີ່ຢູ່ທາງພາກໃຕ້ຂອງເກາະເຈຈູ ເປັນເວລາ 3 ວັນ.


ກອງເສນາທິການປະສົມຂອງ ສເກົາຫຼີ(JCS) ກ່າວວ່າ, ການຈັດການຊ້ອມຮົບຮ່ວມໃນຄັ້ງນີ້ແມ່ນການຊ້ອມຮົບຮ່ວມກັນຢູ່ເທິງທະເລລະຫວ່າງສເກົາຫຼີ ອາເມຣິກາແລະຍີ່ປຸ່ນເປັນເທື່ອທຳອິດ ພາຍຫຼັງສາມປະເທດດັ່ງກ່າວໄດ້ມີການຮ່ວມກັນວາງແຜນການຊ້ອມຮົບສາມຝ່າຍເປັນເວລາຫຼາຍປີຂຶ້ນມາຕັ້ງແຕ່ເດືອນພະຈິກປີກາຍນີ້ເປັນຕົ້ນມາ.