ການແຂ່ງຂັນດ້ານການທ່ອງທ່ຽວວັດທະນະທຳທົ່ວປະເທດຈີນສ່ອງແສງເຖິງຄວາມມີຊີວິດຊີວາຂອງເສດຖະກິດຈີນ

2024-01-18 16:37:24 CRI


ລະດູໜາວຈະເປັນລະດູການທີ່ມີນັກທ່ອງທ່ຽວໜ້ອຍບໍ່? ມັນບໍ່ເປັນເລື່ອງແນ່ນອນ. ໃນເດືອນມັງກອນ 2024 ນີ້, ນະຄອນຮາບິນທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງຈີນໄດ້ກາຍເປັນຕົວເມືອງທີ່ໄດ້ຮັບຄວາມນິຍົມຫຼາຍຕັ້ງແຕ່ເລີ່ມຕົ້ນປີ 2024 ເປັນຕົ້ນມາ, ໄດ້ດຶງດູດນັກທ່ອງທ່ຽວນັບບໍ່ຖ້ວນເພື່ອໄປທ່ຽວຊົມໂລກແຫ່ງຫິມະ ແລະ ນ້ຳກ້າມ, ກິດຈະກຳ ໄຟແສງສີຫິມະ ແລະ ອື່ນໆ, ສຳຜັດກັບຮີດຄອງປະເພນີຂອງພາກຕາເວັນອອກສຽງເໜືອຂອງຈີນ. ຖ້ຽວບິນຕ່າງໆໄດ້ບິນຈາກແຫ່ງໆຕ່າງໆຂອງຈີນໄປສູ່ນະຄອນຮາບິນຢ່າງບໍ່ຂາດສາຍ ໂດຍປະລິມານຖ້ຽວບິນສະເລ່ຍຕໍ່ມື້ມີປະມານ 220 ຖ້ຽວ, ເພີ່ມຂຶ້ນປະມານ 70% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ລາຄາປີ້ຍົນກໍເພີ່ມຂຶ້ນຫຼາຍກວ່າ 20%. ໃນ 3 ວັນຂອງຍາມພັກວັນຂຶ້ນປີໃໝ່ສາກົນປີນີ້, ການທ່ອງທ່ຽວວັດທະນະທຳຂອງຮາບິນມີລາຍຮັບເຖິງ 6 ຕື້ຢວນ. ຫຼາຍຝ່າຍໄດ້ຄາດຄະເນວ່າ, ສະພາບຄວາມຄຶກຄັກດ້ານການທ່ອງທ່ຽວນະຄອນຮາບິນ ຈະແກ່ຍາວອອກຈົນຮອດບຸນກຸດຈີນປີນີ້.



ຜົນສຳເລັດຂອງນະຄອນຮາບິນໄດ້ກະຕຸກຊຸກຍູ້ຄວາມກະຕືລືລົ້ນດ້ານການທ່ອງທ່ຽວວັດທະນະທຳຂອງທ້ອງຖິ່ນອື່ນໆ ແລະ ໄດ້ເລັ່ງລັດຈັງຫວະການໂຄສະນາຈັດຈຳໜ່າຍທາງອິນເຕີເນັດ, ມື້ໜຶ່ງກໍໄດ້ອັບເດັດວີດີໂອສັ້ນຫຼາຍສິບສະບັບໄປຈົນຮອດຮ້ອຍກວ່າສະບັບ, ເຖິງວ່າຍາມກາງຄືນກໍບໍ່ໄດ້ພັກຜ່ອນ. ນອກນັ້ນຍັງພາກັນເຊື້ອເຊີນດາລາດັງຕ່າງໆເຂົ້າມາຊ່ວຍໂຄສະນາໃຫ້ແກ່ແຫຼ່ງທ່ອງທ່ຽວຂອງຕົນ. ການແຂ່ງຂັນດ້ານການໂຄສະນາ-ຈັດຈຳໜ່າຍ, ເນັດໄອດອນ, ການບໍລິການ ເຊິ່ງໄດ້ສ້າງບັນຍາກາດທີ່ຄຶກຄື້ນທີ່ສຸດ. ສິ່ງນີ້ບໍ່ພຽງແຕ່ໄດ້ເພີ່ມທາງເລືອກໃຫ້ແກ່ນັກທ່ອງທ່ຽວໃນລະດູໜາວເທົ່ານັ້ນ, ແຕ່ຍັງໄດ້ສ້າງຈຸດເຕີບໂຕອັນໃໝ່ໃຫ້ແກ່ອຸດສາຫະກຳການທ່ອງທ່ຽວວັດທະນະທຳຂອງທ້ອງຖິ່ນຕື່ມອີກ.



ການແຂ່ງຂັນການທ່ອງທ່ຽວວັດທະນະທຳຂອງທົ່ວປະເທດຈີນໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງເສດຖະກິດຈີນ. ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ແຫ່ງຕ່າງໆຂອງຈີນກໍໄດ້ຖືເອົາອຸດສາຫະກຳການທ່ອງທ່ຽວເປັນອຸດສາຫະກຳສຳຄັນທີ່ເປີດກວ້າງຄວາມຕ້ອງການພາຍໃນ ແລະ ກະຕຸກຊຸກຍູ້ການບໍລິໂພກ, ພາກັນອອກນະໂຍບາຍຕ່າງໆເພື່ອສະໜັບສະໜູນ ແລະ ມາດຕະການຕ່າງໆເພື່ອອຳນວຍຄວາມສະດວກໃນການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ. ໃນຂະນະດຽວກັນນັ້ນ, ຜູ້ບໍລິໂພກມີຄວາມຕ້ອງການໃນການອອກເດີນທາງເພີ່ມຂຶ້ນ, ການບໍລິໂພກດ້ານການທ່ອງທ່ຽວໄດ້ຮັບການຟື້ນຟູຄືນຢ່າງແຂງແຮງ, ສະແດງໃຫ້ເຫັນເຖິງເສດຖະກິດຈີນທີ່ມີຄວາມສາມາດຕ້ານທານ, ມີກຳລັງບົ່ມຊ້ອນ ແລະ ມີຊີວິດຊີວາຢ່າງຫຼວງຫຼາຍ. ໃນກອງປະຊຸມວຽກງານເສດຖະກິດຂັ້ນສູນກາງທີ່ຈັດຂຶ້ນໃນທ້າຍປີ 2023 ໄດ້ວາງແຜນດຳເນີນວຽກງານເສດຖະກິດປີ 2024 ໂດຍກ່າວເນັ້ນວ່າ, ຕັ້ງໜ້າບຳລຸງສ້າງຈຸດເຕີບໂຕໃໝ່ດ້ານການບໍລິໂພກ, ເຊັ່ນ: ເຄື່ອງໃຊ້ໃນເຮືອນແບບອັດສະລິຍະ, ການທ່ອງທ່ຽວວັດທະນະທຳ ແລະ ບັນເທີງ, ການແຂ່ງຂັນກິລາ, ສິນຄ້າຍີ່ຫໍ້ຈີນທີ່ໄດ້ຮັບຄວາມນິຍົມຫຼາຍ ແລະອື່ນໆ.


ໃນຍາມພັກວັນຂຶ້ນປີໃໝ່ສາກົນປີນີ້, ຕະຫຼາດທ່ອງທ່ຽວພາຍໃນປະເທດຈີນມີຄວາມຄຶກຄື້ນຫຼາຍ. ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນໄດ້ເຜີຍແຜ່ຕົວເລກໂດຍສະແດງໃຫ້ເຫັນວ່າ, ໃນ 3 ມື້ຂອງຍາມພັກວັນຂຶ້ນປີໃໝ່ສາກົນປີນີ້, ມີນັກທ່ອງທ່ຽວພາຍໃນປະເທດ 135 ລ້ານເທື່ອຄົນ, ເພີ່ມຂຶ້ນ 155,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ມີລາຍຮັບຈາການທ່ອງທ່ຽວພາຍໃນປະເທດ 79,73 ຕື້ຢວນ, ເພີ່ມຂຶ້ນ 200,7%. ສະຖາບັນຄົ້ນຄວ້າການທ່ອງທ່ຽວຈີນໄດ້ເຫັນໄປໃນທາງທີ່ດີຕໍ່ສະພາບການເສດຖະກິດການທ່ອງທ່ຽວປີ 2024. ໂດຍຄາດວ່າ ໃນປີ 2024 ຈຳນວນນັກທ່ອງທ່ຽວພາຍໃນປະເທດ ຈະລື່ນກາຍ 6 ຕື້ເທື່ອຄົນ, ສ້າງລາຍຮັບ 6000 ຕື້ຢວນ, ຈຳນວນນັກທ່ອງທ່ຽວເຂົ້າອອກເມືອງຈະມີຫຼາຍກວ່າ 264 ລ້ານເທື່ອຄົນ, ສ້າງລາຍຮັບໄດ້ຫຼາຍກວ່າ 107 ຕື້ໂດລາ.


ຕະຫຼາດການບໍລິໂພກທີ່ຟົດຟື້ນໄດ້ສະແດງໃຫ້ເຫັນເຖິງທ່ວງທ່າການພັດທະນາຂອງເສດຖະກິດຈີນ, ຕົວເລກທີ່ພົ້ນເດັ່ນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈະເລີນຂອງຕະຫຼາດ. ຄຽງຄູ່ກັບຍາມພັກບຸນກຸດຈີນໃກ້ຈະວຽນມາເຖິງ, ຢູ່ບົນພື້ນຖານທີ່ຕະຫຼາດການບໍລິໂພກໃນຍາມພັກວັນຂຶ້ນປີໃໝ່ສາກົນມີຄວາມຄຶກຄັກ, ການທ່ອງທ່ຽວວັດທະນະທຳແຫ່ງຕ່າງໆມີການແຂ່ງຂັນກັນຢ່າງກະຕືລືລົ້ນນັ້ນ, ພາຍໃຕ້ການຊຸກຍູ້ຈາກຄວາມຕ້ອງການດ້ານການທ່ອງທ່ຽວທີ່ແຂງແຮງ, ຕະຫຼາດການທ່ອງທ່ຽວໃນຍາມພັກບຸນກຸດຈີນກໍມີຫວັງຈະສ້າງຜົນງານທີ່ພົ້ນເດັ່ນກວ່າເກົ່າແນ່ນອນ.