ສັງເກດຫົວຂໍ້ “ເລືອກຈີນກໍແມ່ນເລືອກກາລະໂອກາດ” ຈາກ 5 ແງ່ມຸມ

2024-01-18 16:50:21 cri

ຕາມການໄລ່ລຽງເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີກາຍມີເຖິງ 126.058,2 ຕື້ຢວນ, ຖ້າຄິດໄລ່ຕາມລາຄາທີ່ບໍ່ປ່ຽນແປງ, ໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີ 2022, ຈັງຫວະການເຕີບໂຕໄວກວ່າ 2,2% ເມື່ອທຽບໃສ່ປີ 2022. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ເສດຖະກິດຈີນພວມພັດທະນາໄປໃນທາງທີ່ດີ ທັງໄດ້ຮັບການປັບປຸງ ແລະ ພັດທະນາແຂງແຮງຂຶ້ນ.


ໜຶ່ງປີຜ່ານມາ, ເສດຖະກິດໂລກຊຸດໂຊມລົງ, ສະຖານະການໃນສາກົນຜັນແປຢ່າງສັບສົນ, ການປະທະກັນທາງການເມືອງພູມມີພາກເກີດຂຶ້ນເລື້ອຍໆ. ເມື່ອປຽບທຽບກັນແລ້ວ, ຈັງຫວະການເຕີບໂຕຂອງເສດຖະກິດຈີນໄດ້ລຽງຢູ່ແຖວໜ້າໃນບັນດາກຸ່ມເສດຖະກິດຕົ້ນຕໍໃນໂລກ. ຖ້າຄິດໄລ່ຕາມລາຄາທີ່ປຽບທຽບໄດ້, ປະລິມານເພີ່ມຂຶ້ນຂອງເສດຖະກິດຈີນ ເທົ່າກັບຍອດປະລິມານເສດຖະກິດໃນປີໜຶ່ງຂອງປະເທດລະດັບປານກາງ.


ບັດນີ້ມາເບິ່ງດ້ານການບໍລິໂພກ. ປັດຈຸບັນ, ຄວາມຕ້ອງການລວມຂອງທົ່ວໂລກບໍ່ຫຼາຍ, ຕະຫຼາດແມ່ນຊັບພະຍາກອນທີ່ຫາຍາກ. ຍອດມູນຄ່າການຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກໃນສັງຄົມຈີນໃນປີຜ່ານມາ ພັດໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ລາຍຈ່າຍດ້ານການບໍລິໂພກໄດ້ຊຸກຍູ້ໃຫ້ເສດຖະກິດຈີນເຕີບໂຕ 4,3%.

ເວົ້າໃນດ້ານການຄ້າຂາເຂົ້າ-ຂາອອກແລ້ວ. ປັດຈຸບັນ, ຄວາມຕ້ອງການໃນທົ່ວໂລກອ່ອນເພຍລົງ, ລັດທິປົກປ້ອງການຄ້າຂອງບາງປະເທດໄດ້ເງີຍຫົວຂຶ້ນ. ແຕ່ການຄ້າຂາເຂົ້າ-ຂາອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ, ອາດຈະຄອງຖານະປະເທດໃຫຍ່ອັນດັບໜຶ່ງໃນການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງທົ່ວໂລກເປັນ 7 ປີລຽນຕິດ.


ສິ່ງທີ່ສຳຄັນກວ່ານັ້ນກໍຄື: ຈີນບໍ່ພຽງແຕ່ເປັນ “ໂຮງງານໂລກ” ເທົ່ານັ້ນ, ຍິ່ງແມ່ນປະເທດທີ່ມີການປະດິດສ້າງໃໝ່ທີ່ດີທີ່ສຸດໃນທົ່ວໂລກອີກດ້ວຍ. ນັບມາຮອດທ້າຍປີ 2023, ຈີນໄດ້ກາຍເປັນປະເທດທຳອິດໃນໂລກທີ່ມີສິດທິບັດການປະດິດສ້າງທີ່ບັງເກີດຜົນຢູ່ພາຍໃນປະເທດຕົນຫຼາຍກວ່າ 4 ລ້ານລາຍການ. “ການປະດິດສ້າງຢູ່ຈີນ” ພວມໄດ້ເລັ່ງຂະບວນການຍົກລະດັບເຕັກນິກ ແລະ ອຸດສາຫະກຳຂອງທົ່ວໂລກ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ເສດຖະກິດໂລກ.