ກອງທັບອິດສະຣາແອນໄດ້ໂຈມຕີພາກໃຕ້ໃນເຂດກາຊາຢ່າງຮຸນແຮງ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ

2024-01-19 14:59:27 cri

ວັນທີ 18 ມັງກອນນີ້, ສື່ມວນຊົນຂອງປາແລັດສະຕິນໄດ້ລາຍງານຂ່າວວ່າ: ນັບແຕ່ຕອນກາງຄືນຂອງວັນທີ 17 ມັງກອນນີ້ເປັນຕົ້ນມາ, ກອງທັບອິດສະຣາແອນໄດ້ຖິ້ມລະເບີດໃສ່ເມືອງຮັນຢຸນິສ ແລະຣະຟາຢູ່ພາກໃຕ້ຂອງເຂດກາຊາຢ່າງຮຸນແຮງ ແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ.

 

ສຳນັກຂ່າວສານມະອັນຂອງປາແລັດສະຕິນໄດ້ລາຍງານວ່າ: ນັບແຕ່ຕອນກາງຄືນຂອງວັນທີ 17 ມັງກອນນີ້ເປັນຕົ້ນມາ, ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນໄດ້ຖືກສົ່ງໄປໂຮງໝໍໄຫດານາເຊີ ແລະໂຮງໝໍພາກສະໜາມຊອກດານີຢູ່ເມືອງຮັນຢຸນິສ. ນອກນີ້, ທະຫານລົດຕັງຂອງອິດສະຣາແອນຍັງໄດ້ມີການສືບຕໍ່ປະຕິບັດການໂຈມຕີຢູ່ເມືອງຮັນຢຸນິສ. ວັນທີ 18 ມັງກອນນີ້, ສະຖານີໂທລະພາບຂອງປາແລັດສະຕິນໄດ້ລາຍງານຂ່າວໃຫ້ຮູ້ອີກວ່າ: ກອງທັບອິດສະຣາແອນໄດ້ໂຈມຕີທາງອາກາດຕໍ່ອາຄານທີ່ເປັນທີ່ຢູ່ອາໄສຂອງປະຊາຊົນຢູ່ເມືອງຣະຟາໃນຕອນກາງຄືນວັນທີ 17 ມັງກອນນີ້ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 19 ຄົນ.