ຜູ້ອຳນວຍການອົງການພະລັງງານສາກົນກ່າວວ່າ: ຈີນໄດ້ບັນລຸຜົນສຳເລັດອັນຍິ່ງໃຫຍ່ໃນຂົງເຂດການພັດທະນາພະລັງງານສະອາດ

2024-01-19 15:31:51 cri

ວັນທີ 18 ມັງກອນນີ້, ທ່ານຟະທິຮ ບິໂຣນ ຜູ້ອຳນວຍການອົງການພະລັງງານສາກົນໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງວິທະຍຸໂທລະພາບສູນກາງຈີນ ຫຼືCMGເມື່ອເຂົ້າຮ່ວມເວທີເປິກສາຫາລືເສດຖະກິດໂລກຢູ່ນະຄອນດາວົສ ປະເທດສະວິດ ເຊິ່ງໄດ້ອະທິບາຍຫົວຂໍ້ຕ່າງໆ ຄື: ການຫັນປ່ຽນພະລັງງານສະອາດໃນທົ່ວໂລກ, ການຮ່ວມມືກັບຈີນ ແລະອື່ນໆ. ທ່ານຍັງໄດ້ຍ້ອງຍໍຊົມເຊີຍເປັນພິເສດຕໍ່ຜົນສຳເລັດທີ່ດີເດັ່ນ ແລະການປະກອບສ່ວນທີ່ມີຕໍ່ທົ່ວໂລກຂອງຈີນໃນຂົງເຂດການພັດທະນາພະລັງງານສະອາດ.

 

ທ່ານກ່າວວ່າ: ຈີນບໍ່ພຽງແຕ່ໄດ້ມີການພັດທະນາພະລັງງານສະອາດຢ່າງຂະໜາດໃຫຍ່ຢູ່ພາຍໃນປະເທດເທົ່ານັ້ນ, ຍັງຊ່ວຍໃຫ້ຫຼຸດຕົ້ນທຶນຂອງທົ່ວໂລກໃນການນຳໃຊ້ເຕັກໂນໂລຊີສີຂຽວເຫຼົ່ານີ້ໂດຍຜ່ານການຈັດວາງນຳໃຊ້ພະລັງງານສະອາດຢ່າງຂະໜາດໃຫຍ່, ເຮັດໃຫ້ພະລັງງານໝູນວຽນເຫຼົ່ານີ້ໄດ້ຖືກນຳໃຊ້ໃນທົ່ວໂລກ, ນີ້ແມ່ນການປະກອບສ່ວນອັນຍິ່ງໃຫຍ່ທີ່ສຸດຂອງຈີນໃຫ້ກັບໂລກ.