ແຂກຖືກຮັບເຊີນທີ່ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈໍາປີ 2024 ເຫັນວ່າ: ຈີນເປັນກໍາລັງແຮງທີ່ສໍາຄັນໃນການຊຸກຍູ້ການຮ່ວມມືສາກົນ

2024-01-19 16:29:46 CRI

 

   ກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈໍາປີ 2024 ພວມຈັດຂຶ້ນຢູ່ນະຄອນ ດາວົສ ແຫ່ງປະເທດສະວິດ. ແຂກຖືກຮັບເຊີນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວເຫັນວ່າ: ອະນາຄົດຂອງມວນມະນຸດແມ່ນຂຶ້ນຢູ່ກັບວ່າປະເທດຕ່າງໆໃນໂລກຈະສາມາດສ້າງຄວາມໄວ້ເນື້ອເຊື່ອໃຈກັນຄືນໃໝ່ ແລະ ຈະມີການເສີມສ້າງດ້ານການຮ່ວມມືຢູ່ໃນລະດັບທີ່ຫຼາຍໜ້ອຍປານໃດ. ໃນເວລາໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG, ແຂກຖືກຮັບເຊີນທີ່ໄດ້ເຂົ້າຮ່ວມກອງປະຊຸມຫຼາຍທ່ານແມ່່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຈີນທີ່ໄດ້ສະເໜີການຮ່ວມມືແບບເປີດປະຕູ, ພ້ອມທັງຫວັງວ່າຈີນຈະເສີມຂະຫຍາຍບົດບາດຊີ້ນໍາ ແລະ ນໍາພາອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ການຮ່ວມມືສາກົນ ກໍຄືການປັບປຸງລະບົບການຄຸ້ມຄອງສາກົນໃຫ້ສົມບູນຂຶ້ນ.


  ທ່ານ ມິເຣກ ດຸເຊກ ຜູ້ອໍານວຍການບໍລິຫານງານຂອງເວທີເປິກສາຫາລືເສດຖະກິດໂລກກໍໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ວ່າ: ຈີນໄດ້ແຈ້ງຂໍ້ມູນແຫ່ງການເປີດປະຕູ ແລະ ການຮ່ວມມືຢ່າງເດັດດ່ຽວຢູ່ໃນກອງປະຊຸມເວທີເປິກສາຫາລືເສດຖະກິດໂລກປະຈໍາປີຂອງປີນີ້, ຫວັງວ່າຈະເພີ່ມທະວີການຮ່ວມມືທາງດ້ານເສດຖະກິດກັບຈີນ.


   ທ່ານ ຣິຊາດ ເອເດວມານ ປະທານຜູ້ບໍລິຫານ ຫຼື CEO ຂອງບໍລິສັດເອເດວມານ ເຊິ່ງເປັນບໍລິສັດໃຫ້ຄໍາເປິກສາດ້ານປະຊາສໍາພັນທີ່ມີຊື່ສຽງໃນໂລກ ກ່າວວ່າ: ຈີນໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າທີ່ສຸດເຂົ້າໃນການຊຸກຍູ້ການຮ່ວມມືສາກົນ, ພ້ອມດຽວກັນນີ້, ການຮັບມືກັບສິ່ງທ້າທາຍຕ່າງໆທີ່ມີລັກສະນະທົ່ວໂລກເຊັ່ນ: ການຫັນປ່ຽນຮູບແບບການນໍາໃຊ້ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ ແມ່ນລ້ວນແຕ່ປາສະຈາກໄປບໍ່ໄດ້ເດັດຂາດຕໍ່ກັບການປະກອບສ່ວນອັນໃຫຍ່ຫຼວງ ກໍຄືການຊຸກຍູ້ຂອງຈີນ.