ຄວາມເວົ້າຂອງເພິ່ນເຮັດໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ

2024-01-19 15:48:47 CRI

 

    ຖ້າບໍ່ແມ່ນຍ້ອນວ່າຂາດທີ່ເພິ່ງອາໄສ, ໃຜຊິຢາກຊັດເຊພະເນຈອນ? ຄວາມເວົ້າຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນຄວາມນີ້ເຮັດໃຫ້ທ່ານ ອັບດິລາຮີ ອິສມານ ອັບດິລາຮີ ອາຈານຄົນໂຊມາລີຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຮູ້ສຶກປະທັບໃຈຫຼາຍ, ເຮັດໃຫ້ເພິ່ນໄດ້ຄິດເຖິງປະຫວັດສາດຂອງຊາວໂຊມາລີທີ່ໄດ້ຊັດເຊພະເນຈອນມາເປັນເວລາຍາວນານ. 


    ໃນສາຍຕາຂອງທ່ານ ອັບດິລາຮີ ອິສມານ ອັບດິລາຮີ ແລ້ວ, ທ່ານປະທານສີຖືເອົາປະຊາຊົນເປັນສິ່ງສຳຄັນທີ່ສຸດ. ເພິ່ນມີປະສົບການທີ່ດຳລົງຊີວິດຢູ່ຮາກຖານ, ເຄີຍໃຊ້ຊີວິດຢູ່ກັບປະຊາຊົນນຳກັນ, ສິ່ງນີ້ເປັນໜ້າສົນໃຈຫຼາຍສຳລັບຄົນຕ່າງປະເທດ. ທ່ານ ອັບດິລາຮີ ອິສມານ ອັບດິລາຮີ ເຫັນວ່າຄວາມໃຝ່ຝັນຂອງຈີນກັບຄວາມໃຝ່ຝັນຂອງອາຟຣິກາມີຈຸດຄືກັນ ຄື ປະຊາຊົນຈີນແລະອາຟຣິກາລ້ວນແຕ່ມີຄວາມປາຖະໜາຕໍ່ຊີວິດອັນດີງາມ ແລະ ການພັດທະນາຂອງປະເທດຊາດ.