ປະທານາທິບໍດີກົດດີວົວພົບປະກັບລັດຖະມົນຕີການຕ່າງປະເທດຈີນ

2024-01-19 17:15:05 cri


ວັນທີ 17 ມັງກອນນີ້, ຕາມເວລາທ້ອງຖິ່ນ, ທ່ານອາລາຊາເນ ວາທາຣາ ປະທານາທິບໍດີ ກົດດີວົວ ໄດ້ພົບປະກັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ.


ທ່ານວາທາຣາ ກ່າວວ່າ, ກົດດີວົວ ຈະສືບຕໍ່ເຄົາລົບຫຼັກການປະເທດຈີນດຽວ, ຖືເອົາການພົວພັນກັບຈີນໄວ້ຢູ່ໃນຖານະບູລິມະສິດ, ໃຊເວລາຄົ້ນຄວ້າຮ່ຳຮຽນແລະຖອດຖອນບົດຮຽນທີ່ສຳເລັດຜົນຢ່າງຫຼວງຫຼາຍຂອງຈີນ, ເປີດກວ້າງການຮ່ວມມືເຂົ້າໃນຂົງເຂດຕ່າງໆກັບຈີນ, ຊຸກຍູ້ໃຫ້ໝາກຜົນຂອງເວທີເປິກສາຫາລືການຮ່ວມມືລະຫວ່າງຈີນກັບປາຟຣິກາ ໄດ້ລົງເລິກເຂົ້າສູ່ພາກປະຕິບັດຕົວຈິງຢູ່ ກົດດີວົວ, ເພື່ອສ້າງຄວາມຜາສຸກຫຼາຍກວ່າເກົ່າໃຫ້ປະຊາຊົນສອງປະເທດ.


ທ່ານຫວາງຢີ້ກ່າວວ່າ, ຈີນຍ້ອງຍໍໃນລະດັບສູງຕໍ່ ກົດດີວົວທີ່ໃຫ້ການສະໜັບສະໜູນຈີນໃນການຮັກສາຄວາມເປັນເອກະພາບກັນຂອງຊາດແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຈີນ. ຍິນດີຮ່ວມກັນປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບ ກົດດີວົວ ໃຫ້ມີຄຸນນະພາບດີຂຶ້ນແລະມີລະດັບສູງຂຶ້ນ, ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.