ຫຼາຍວິສາຫະກິດຂົນສົ່ງທາງເຮືອສາກົນໂຈະການບໍລິການເສັ້ນທາງຂົນສົ່ງຜ່ານທະເລແດງເປັນການຊົ່ວຄາວ

2024-01-20 14:38:49 cri


ຫຼັງຈາກເກີດເຫດການຫຼອນໂຈມຕີກຳປັ່ນການຄ້າເລື້ອຍໆຢູ່ເຂດທະເລແດງໃນທ້າຍປີກາຍນີ້, ວິສາຫະກິດຂົນສົ່ງທາງເຮືອສາກົນຫຼາຍແຫ່ງໄດ້ພາກັນປະກາດໂຈະການບໍລິການເສັ້ນທາງຂົນສົ່ງຜ່ານທະເລແດງເປັນການຊົ່ວຄາວ ແລະຢືນຢັນວ່າ: ຍ້ອນວ່າຕ້ອງປ່ຽນເສັ້ນທາງການຂົນສົ່ງ, ເຮັດໃຫ້ຕົ້ນທຶນການຂົນສົ່ງເພີ່ມສູງຂຶ້ນ, ລາຄາຂົນສົ່ງຈຳເປັນຕ້ອງເພີ່ມສູງຂຶ້ນໄປນຳ.

ວັນທີ 15 ມັງກອນນີ້, ກຸ່ມບໍລິສັດ CMA-CGM ຝຣັ່ງປະກາດວ່າ: ເມື່ອທຽບໃສ່ລະດັບລາຄາຂອງວັນທີ 1 ມັງກອນນີ້, ລາຄາຂົນສົ່ງຕູ້ບັນຈຸສິນຄ້າຈາກອາຊີໄປສູ່ເຂດທະເລເມດີແຕລາເນ ໄດ້ເພີ່ມຂຶ້ນຫຼາຍທີ່ສຸດເຖິງ 100%, ລາຄາຂົນສົ່ງຕູ້ບັນຈຸສິນຄ້າມາດຖານຂະໜາດ40ຟຸດ ຫຼືປະມານ 12 ແມັດໄດ້ເພີ່ມຈາກ 3.000 ໂດລາ ຂຶ້ນເປັນ 6.000 ໂດລາ. ກ່ອນໜ້ານີ້, ກຸ່ມບໍລິສັດຂົນສົ່ງທາງເຮືອ Maersk ດານມາກ, ບໍລິສັດ Hapag-Lloyd ເຢຍລະມັນ, ບໍລິສັດ MSC Cruise ເມດີແຕລາເນແລະ ບໍລິສັດຂົນສົ່ງທາງເຮືອອື່ນໆຕ່າງກໍໄດ້ຢືນຢັນວ່າ: ເລີ່ມແຕ່ວັນທີ 1 ມັງກອນນີ້ເປັນຕົ້ນໄປ, ສຳລັບເສັ້ນທາງການຂົນສົ່ງທາງເຮືອຈຳນວນຫຼາຍສາຍທີ່ໄດ້ຮັບຜົນກະທົບຈະເກັບຄ່າບໍລິການເພີ່ມຕື່ມອີກ.