ຈີນແລະກຳປູເຈຍເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການເກັບກູ້ລະເບີດ

2024-01-20 11:42:33 cri

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 19 ມັງກອນນີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບຈີນ ແລະ ກຳປູເຈຍເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການເກັບກູ້ລະເບີດ.

ທ່ານນາງ ເໝົາໜິງ ກ່າວວ່າ: ໃນຖານະເປັນໜຶ່ງໃນບັນດາປະເທດທີ່ຖືກໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກຢ່າງໜັກໜ່ວງທີ່ສຸດຢູ່ໃນໂລກ, ກຳປູເຈຍກຳລັງອອກແຮງຢ່າງສຸດຂີດເພື່ອບັນລຸ “ເປົ້າໝາຍບໍ່ມີລະເບີດຮອດປີ 2025”, ການຮ່ວມມືເກັບກູ້ລະເບີດໄດ້ກາຍເປັນເນື້ອໃນສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບກຳປູເຈຍ.

ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ຈີນ ແລະ ກຳປູເຈຍເຊັນບົດບັນທຶກຄວາມເຂົ້າໃນວ່າດ້ວຍການເກັບກູ້ລະເບີດ, ໄດ້ສ້າງພື້ນຖານຢ່າງໜັກແໜ້ນໃຫ້ແກ່ສອງຝ່າຍໃນການລົງເລິກການຮ່ວມມືທີ່ກ່ຽວຂ້ອງ. ໃນຕໍ່ໜ້າ ຈີນຍິນດີເພີ່ມທະວີການຮ່ວມມືກັບກຳປູເຈຍຕື່ມອີກ, ໃຫ້ການສະໜັບສະໜູນຫຼາຍກວ່າເກົ່າເພື່ອຊ່ວຍເຫຼືອກຳປູເຈຍກຳຈັດໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກ ແລະ ບັນລຸ “ເປົ້າໝາຍບໍ່ມີລະເບີດຮອດປີ 2025” ຕາມເວລາກຳນົດ.