ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດຫຼາຍກວ່າ 24.700 ຄົນ

2024-01-20 11:45:25 cri

ອີງຕາມຕົວເລກສະຖິຕິຫຼ້າສຸດທີ່ພາກສ່ວນສາທາລະນະສຸກເຂດກາຊາເປີດເຜີຍໃນວັນທີ 19 ມັງກອນນີ້ໃຫ້ຮູ້ວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເມື່ອວັນທີ7ຕຸລາ2023ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດຢ່າງໜ້ອຍ 24.762 ຄົນ ແລະມີຜູ້ໄດ້ຮັບບາດເຈັບ 62.108 ຄົນ. 

ນອກນີ້, ພາກສ່ວນສາທາລະນະສຸກເຂດກາຊາແຈ້ງໃຫ້ຮູ້ຕື່ມວ່າ: ມາຮອດເວລາ 15 ໂມງຂອງວັນທີ 19 ມັງກອນນີ້, ໃນເວລາ 24 ຊົ່ວໂມງຜ່ານມານັ້ນ, ການເຄື່ອນໄຫວທາງການທະຫານ ແລະ ການໂຈມຕີທາງອາກາດຂອງກອງທັບອິດສະຣາແອນຕໍ່ເຂດກາຊາໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 142 ຄົນ ແລະ ບາດເຈັບ 278ຄົນ.