ສອງຝ່າຍອີຣານແລະປາກິດສະຖານເຫັນດີຜ່ອນຄາຍສະຖານະການໃນປັດຈຸບັນ

2024-01-20 12:38:27 cri

 ວັນທີ19ມັງກອນ2024,  ທ່ານໂຮແຊນ ອາເມຍ ອັບດູນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານໄດ້ສົນທະນາຜ່ານທາງໂທລະສັບກັບທ່ານໂຢຊຸບ ຣາຈາ ກີລານີ   ລັດຖະມົນຕີກະຊວງການຕ່າງປະເທດປາກິດສະຖານ.  

ໃນໂອກາດດັ່ງກ່າວ, ທ່ານອັບດູນລາຮຽນກ່າວຢືນຢັນວ່າ ພາຍໃຕ້ສະພາບການປະທະກັນຢ່າງຕໍ່ເນື່ອງຢູ່ເຂດກາຊາໃນປັດຈຸບັນ, ຄວາມສາມັກຄີຂອງໂລກອິສລາມແມ່ນມີຄວາມສຳຄັນທີ່ສຸດ. ສອງປະເທດຄວນເຈາະຈົງສຸມໃສ່ສັນຍາການທະຫານແລະຄວາມໝັ້ນຄົງທີ່ໄດ້ລົງນາມໄປກ່ອນໜ້ານີ້ ແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ທ່ານກີລານີກ່າວຢືນຢັນວ່າ:   ຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຕ້ານການກໍ່ການຮ້າຍຂອງສອງປະເທດປາກິດສະຖານແລະອີຣານແມ່ນເປັນພື້ນຖານການຮ່ວມມືຂອງສອງຝ່າຍ. ປາກິດສະຖານບໍ່ອະນຸຍາດໃຫ້ສັດຕູແລະພວກກໍ່ການຮ້າຍທຳລາຍການພົວພັນລະຫວ່າງສອງປະເທດ. ສອງປະເທດຕ້ອງການເພີ່ມທະວີການຮ່ວມມືໃນບັນຫາດ້ານຄວາມໝັ້ນຄົງ.

ຕອນຄ່ຳມື້ດຽວກັນ, ກະຊວງການຕ່າງປະເທດປາກິດສະຖານໄດ້ອອກແຈ້ງການວ່າ: ສອງຝ່າຍເຫັນດີຜ່ອນຄາຍສະຖານະການໃນປັດຈຸບັນ.