ອົງການ ສປຊ ພິມຈຳໜ່າຍແຜ່ນສະແຕມປີມັງກອນຕາມຈັນທະຄະຕິຈີນ

2024-01-20 14:40:07 cri


ວັນທີ 19 ມັງກອນນີ້, ອົງການຄຸ້ມຄອງໄປສະນີອົງການ ສປຊ ໄດ້ພິມຈຳໜ່າຍສະແຕມສະບັບພິເສດປີມັງກອນຕາມຈັນທະຄະຕິຈີນຢູ່ນະຄອນນິວຢອກ ເພື່ອສະເຫຼີມສະຫຼອງບຸນກຸດຈີນທີ່ໃກ້ຈະໝູນວຽນມາເຖິງ.

ແຜ່ນສະແຕມປີມັງກອນປະກອບດ້ວຍສະແຕມທີ່ມີມູນຄ່າ 1,5 ໂດລາຕໍ່ດວງຈຳນວນ 10 ດວງ, ແຜ່ນໜຶ່ງລາຄາ 17,95 ໂດລາ. ສະແຕມມີຮູບແຕ້ມມັງກອນທີ່ມີເອກະລັກແບບຈີນ, ສະແຕມສຳຮອງແມ່ນກາໝາຍອົງການ ສປຊ ທີ່ເປັນສີຂາວ ພ້ອມດ້ວຍສີພື້ນທີ່ເປັນສີຄຳ.

ເດືອນພຶດສະພາປີ 2010, ອົງການຄຸ້ມຄອງໄປສະນີອົງການ ສປຊ ໄດ້ພິມຈຳໜ່າຍສະແຕມສັດປະຈຳລາສີຈີນເປັນຄັ້ງທຳອິດ,ມາຮອດ ປີ 2021 ໄດ້ພິມຈຳໜ່າຍສະແຕມສັດປະຈຳລາສີ 12 ແຜ່ນເປັນຮອບທຳອິດ. ສະແຕມປີມັງກອນ 2024 ແມ່ນແຜ່ນທີສາມຂອງສະແຕມສັດປະຈຳລາສີຮອບທີສອງ.