ທີ່ປຶກສາການທະຫານຂັ້ນສູງອີຣານ 4 ທ່ານເສຍຊີວິດຍ້ອນຖືກຫຼອນໂຈມຕີຢູ່ຊີຣີ

2024-01-21 14:21:53 CRI

 

ຕາມການລາຍງານຂ່າວຈາກຂ່າວສານເມເຫີຂອງອີຣານ: ໃນການຫຼອນໂຈມຕີຂອງອິດສະຣາແອນທີ່ແນໃສ່ນະຄອນຫຼວງດາມາສກັດຂອງຊີຣີໃນວັນທີ 20 ມັງກອນນີ້, ມີທີ່ປຶກສາການທະຫານຂັ້ນສູງຂອງອີຣານ 4 ທ່ານເສຍຊີວິດ, ເຊິ່ງລວມທັງຜູ້ຮັບຜິດຊອບແລະຜູ້ຊ່ວຍຂອງອົງການຂ່າວກອງຂອງກອງປ້ອງກັນການປະຕິວັດອິດສະລາມອີຣານປະຈຳຊີຣີ. ພ້ອມກັນນັ້ນຍັງມີເຈົ້າໜ້າທີ່ຝ່າຍທະຫານຊີຣີຫຼາຍທ່ານເສຍຊີວິດໃນການໂຈມຕີຄັ້ງນີ້.

 

ຝ່າຍທະຫານຂອງຊີຣີກໍໄດ້ອອກຖະແຫຼງການໃນວັນທີ 20 ມັງກອນນີ້ວ່າ: ອິດສະຣາແອນໄດ້ໂຈມຕີທາງອາກາດຕໍ່ຕຶກຫຼັງໜຶ່ງທີ່ເປັນທີ່ຢູ່ອາໄສຢູ່ເຂດມາເຊຂອງນະຄອນຫຼວງດາມາສກັດຂອງຊີຣີໃນຕອນເຊົ້າວັນທີ 20 ມັງກອນນີ້, ລະບົບປ້ອງກັນອາກາດຂອງຊີຣີໄດ້ສະກັດກັ້ນລູກສອນໄຟນຳວິຖີຈຳນວນໜຶ່ງ, ແຕ່ວ່າການໂຈມຕີຍັງໄດ້ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບພ້ອມທັງມີສິ່ງກໍ່ສ້າງຈຳນວນໜຶ່ງຖືກທຳລາຍ.