ງານໂຄສະນາງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ໄຂຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທ

2024-01-21 14:21:08 CRI

 

ໃນຕອນບ່່າຍຂອງວັນທີ 19 ມັງກອນນີ້, ງານໂຄສະນາງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທ, ກິດຈະກຳດັ່ງກ່າວໄດ້ດຶງດູດວິສາຫະກິດແລະອົງການ 200 ກວ່າແຫ່ງເຂົ້າຮ່ວມ.

 

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ຮັບການຈັດຂຶ້ນຢ່າງສຳເລັດຜົນເປັນເວລາ 6 ປີລຽນຕິດ, ເຊິ່ງເປັນພຶດຕິກຳຕົວຈິງຂອງຈີນໃນການເດັດດ່ຽວຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ. ງານໂຄສະນາຄັ້ງນີ້ແມ່ນກິດຈະກຳອ໋ອຟລາຍທີ່ຈັດຂຶ້ນຢູ່ໄທເປັນຄັ້ງທຳອິດກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ເຊິ່ງຈະຊຸກຍູ້ໃຫ້ຜະລິດຕະພັນທີ່ມີຄຸນນະພາບດີຂອງໄທເຂົ້າສູ່ຕະຫຼາດຈີນຫຼາຍກວ່າເກົ່າ. ນັກທຸລະກິດແລະອົງການຕ່າງໆຂອງໄທຈະນຳໃຊ້ໂອກາດຄັ້ງນີ້ແລກປ່ຽນຢ່າງເຕັມທີ່, ບັນລຸການຮ່ວມມື, ຝ່າຍທາງງານວາງສະແດງສິນຄ້ານຳເຂົ້າສາກົນຈີນເຂົ້າສູ່ຕະຫຼາດຈີນ, ຊົມໃຊ້ໂອກາດການພັດທະນາຂອງຈີນຮ່ວມກັນ.