ປະທານາທິບໍດີບຣາຊິນຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້

2024-01-21 14:22:40 CRI

 

ວັນທີ 19 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານລູລາ ດາ ຊີວວາ ປະທານາທິບໍດີສາທາລະນະລັດສະຫະພັນບຣາຊິນໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ເດີນທາງໄປຢ້ຽມຢາມຢູ່ນະຄອນຟໍທາເລຊາຂອງບຣາຊິນ.

 

ທ່ານລູລາ ດາ ຊີວວາກ່າວວ່າ: ຄອງຄອຍເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງບຣາຊິນແລະຈີນ, ຍົກການພົວພັນລະຫວ່າງບຣາຊິນແລະຈີນກ້າວຂຶ້ນສູ່ລະດັບໃໝ່. ບຣາຊິນເບິ່ງໄປໃນແງ່ດີຕໍ່ອະນາຄົດການພັດທະນາຂອງຈີນ, ຄອງຄອຍຖອດຖອນບົດຮຽນດ້ານການປົກຄອງປະເທດແລະບໍລິຫານການເມືອງນຳຈີນ, ເຮັດໃຫ້ເນື້ອໃນການຮ່ວມມືລະຫວ່າງບຣາຊິນແລະຈີນອຸດົມສົມບູນຂຶ້ນກວ່າເກົ່າ, ຍິນດີຕ້ອນຮັບວິສາຫະກິດຈີນມາລົງທຶນຢູ່ບຣາຊິນໃຫ້ຫຼາຍກວ່າເກົ່າ.

 

ທ່ານຫວາງຢີ້ສະແດງຄວາມຍ້ອງຍໍຕໍ່ບຣາຊິນທີ່ໄດ້ຍຶດໝັ້ນປະຕິບັດຕາມຫຼັກການປະເທດຈີນດຽວ, ຍິນດີຖືເອົາການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີລະຫວ່າງສອງປະເທດເປັນໂອກາດທີ່ດີ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດສອງປະເທດໃຫ້ດີ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ລົງເລິກການແລກປ່ຽນດ້ານຍຸດທະສາດ, ບຸກເບີກອະນາຄົດໃໝ່ດ້ານການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ບຣາຊິນໃຫ້ກວ້າງກວ່າເກົ່າ.