ນາຍົກລັດຖະມົນຕີຈາໄມກາພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຈີນ

2024-01-21 15:55:40 cri

ວັນທີ 20 ມັງກອນນີ້, ທ່ານອັນດຣູ ໂຮເນັສ ນາຍົກລັດຖະມົນຕີຈາໄມກາໄດ້ພົບປະກັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນທີ່ໄປຢ້ຽມຢາມຢູ່ນະຄອນຫຼວງກິງສະຕັນ.

 

ທ່ານໂຮເນັສກ່າວວ່າ: ຈີນບໍ່ລັ່ງເລໃຈໃນການຊ່ວຍເຫຼືອຈາໄມກາເມື່ອຈາໄມກາປະສົບກັບຄວາມຫຍຸ້ງຍາກ, ແລະໄດ້ສະໜັບສະໜູນຢ່າງແຂງແຮງຕໍ່ການພັດທະນາເສດຖະກິດ ແລະປັບປຸງຊີວິການເປັນຢູ່ຂອງປະຊາຊົນຈາໄມກາ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈຂອງຈີນໃນການຊ່ວຍເຫຼືອປະເທດພວມພັດທະນາ. ຈາໄມກາຈະສືບຕໍ່ເດັດດ່ຽວປະຕິບັດຕາມນະໂຍບາຍປະເທດຈີນດຽວ, ຈັດວາງການພົວພັນຈາໄມກາ-ຈີນໄວ້ຢູ່ຖານະບູລິມະສິດ, ສຸມໃສ່ການສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຈາໄມກາ-ຈີນທີ່ເຂັ້ມແຂງ.

 

ທ່ານຫວາງຢີ້ກ່າວວ່າ: ຈີນຍ້ອງຍໍຈາໄມກາທີ່ເດັດດ່ຽວປະຕິບັດຕາມນະໂຍບາຍທີ່ເປັນມິດຕໍ່ຈີນ ແລະເຄົາລົບຫຼັກການປະເທດຈີນດຽວ, ຂອບໃຈຈາໄມກາທີ່ເຂົ້າໃຈ ແລະສະໜັບສະໜູນຈີນປົກປັກຮັກສາຜົນປະໂຫຍດແກນກາງຂອງປະເທດຕົນ. ຄອງຄອຍຮ່ວມກັບຈາໄມກາເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ, ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ ແລະບັນລຸການພັດທະນາຮ່ວມກັນ.