ພູເຂົາໄຟເມຣາປີຂອງອິນໂດເນເຊຍລະເບີດຂຶ້ນ

2024-01-22 15:35:43 cri


    ຕາມຂ່າວຈາກອົງການຄົ້ນຄວ້າໄພພິບັດທໍລະນີອິນໂດເນເຊຍ, ເວລາ 14 ໂມງ 12 ນາທີຂອງວັນທີ 21 ມັງກອນນີ້, ພູເຂົາໄຟເມຣາປີຂອງອິນໂດເນເຊຍໄດ້ເກີດການລະເບີດຂຶ້ນ ແລະ ໄປດຳເນີນເປັນເວລາ 239 ວິນາທີ.

    ພູເຂົາໄຟເມຣາປີຕັ້ງຢູ່ເກາະຈາວາຂອງອິນໂດເນເຊຍ, ແມ່ນໜຶ່ງໃນພູເຂົາໄຟທີ່ມີຄວາມເປັນໄປໄດ້ລະເບີດຂຶ້ນຫຼາຍທີ່ສຸດຢູ່ອິນໂດເນເຊຍ. ວັນທີ 5 ພະຈິກ 2020, ອົງການຄົ້ນຄວ້າໄພພິບັດທໍລະນີອິນໂດເນເຊຍໄດ້ຍົກສູງລະດັບເຕືອນໄພດ້ານການລະເບີດຂຶ້ນຂອງພູເຂົາໄຟເມຣາປີຂຶ້ນເປັນລະດັບ 3.

    ຕາມຂ່າວລາຍງານວ່າ: ລະດັບເຕືອນໄພດ້ານການລະເບີດຂຶ້ນຂອງພູເຂົາໄຟອິນໂດເນເຊຍແບ່ງເປັນ 4 ລະດັບ, ລະດັບ 4 ແມ່ນລະດັບສູງສຸດ. ລະດັບ 3 ໝາຍຄວາມວ່າຄວາມເປັນໄປໄດ້ລະເບີດໄດ້ຕື່ມຂຶ້ນອີກ, ແຕ່ຈະບໍ່ຂົ່ມຂູ່ເຖິງເຂດຊຸມຊົນ. ປະຊາຊົນຕ້ອງລະມັດລະວັງຫຼາຍຂຶ້ນ, ບໍ່ເຄື່ອນໄຫວຢູ່ເຂດທີ່ໃກ້ກັບຈອມພູ.