ເລຂາທິການໃຫຍ່ສປຊກ່າວປະນາມເຫດການຫຼອນໂຈມຕີໂດເນັສ

2024-01-22 15:24:17 cri


   ວັນທີ 21 ມັງກອນນີ້, ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວພາກຕໍ່ເຫດການຫຼອນໂຈມຕີໂດເນັສທີ່ເຮັດໃຫ້ມີຜູ້ບໍລິສຸດເສຍຊີວິດແລະໄດ້ຮັບບາດເຈັບ. ທ່ານກ່າວວ່າ: ທ່ານອັນໂດນີໂອ ກູເຕິເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວປະນາມເຫດການຫຼອນໂຈມຕີທຸກຢ່າງທີ່ແນໃສ່ປະຊາຊົນແລະພື້ນຖານໂຄງລ່າງພົນລະເຮືອນ. ການຫຼອນໂຈມຕີທຸກຢ່າງທີ່ແນໃສ່ປະຊາຊົນແລະພື້ນຖານໂຄງລ່າງຂອງພົນລະເຮືອນແມ່ນໄດ້ລະເມີດກົດໝາຍມະນຸດສະທຳສາກົນ ເຊິ່ງເປັນອັນຮັບບໍ່ໄດ້ເດັດຂາດ, ຕ້ອງຢຸດເຊົາໃນທັນທີ.

   ເຈົ້າໜ້າທີ່ນະຄອນໂດເນັສກ່າວວ່າ: ທະຫານອູແກຣນໄດ້ຍິງຈະຫຼວດຫຼາຍລູກແລະຍົນທີ່ບໍ່ມີຄົນຂັບລຳໜຶ່ງໄປສູ່ໂດເນັສໃນວັນທີ 21 ມັງກອນນີ້ ເຊິ່ງເຮັດໃຫ້ຫຼາຍຄົນເສຍຊີວິດແລະໄດ້ຮັບບາດເຈັບ. ກະຊວງການຕ່າງປະເທດຣັດເຊຍໄດ້ກ່າວປະນາມການຫຼອນໂຈມຕີໃນຄັ້ງນີ້, ແຕ່ຝ່າຍອູແກຣນຍັງບໍ່ທັນໃຫ້ຄຳຕອບໂຕ້ຕໍ່ເລື່ອງນີ້ເທື່ອ.