ປີ 2024 ອາດຈະສາມາດກາຍເປັນ “ປີທ່ອງທ່ຽວຄຳ” ຂອງປະເທດລາວ

2024-01-22 15:36:20 cri

ຄຽງຄູ່ກັບປີທ່ອງທ່ຽວລາວ 2024 ໝູນວຽນມາເຖິງ, ພາກສ່ວນທ່ອງທ່ຽວຂອງປະເທດລາວພວມໄດ້ກະກຽມ ແລະ ຈັດກິດຈະກຳໂຄສະນາເຜີຍແຜ່ດ້ານການທ່ອງທ່ຽວຕ່າງໆຢ່າງຄຶກຄື້ນ ເພື່ອດຶງດູດນັກທ່ອງທ່ຽວປະເທດຕ່າງໆ ເຊິ່ງລວມທັງນັກທ່ອງທ່ຽວຈີນໄປທ່ຽວປະເທດລາວ.


ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງແລ້ວ, ລັດຖະບານແຫ່ງ ສປປ ລາວໄດ້ຖືເອົາການພັດທະນາຂະແໜງການທ່ອງທ່ຽວເປັນໜ້າທີ່ອັນດັບໜຶ່ງ ເພື່ອຊ່ວຍພັດທະນາເສດຖະກິດແຫ່ງຊາດ, ເພີ່ມລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ຊ່ວຍປະເທດລາວຮັບມືກັບສິ່ງທ້າທາຍຕ່າງໆນາໆ. ຫວ່າງກ່ອນນີ້ບໍ່ດົນ, ໃນພິທີເປີດເທດສະການບຸນທາດຫຼວງ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ປະກາດປີທ່ອງທ່ຽວລາວ 2024 ເລີ່ມຂຶ້ນຢ່າງເປັນທາງການ ແລະ ກ່າວວ່າ: ປີທ່ອງທ່ຽວລາວ 2024 ແມ່ນກິດຈະກຳສຳຄັນຢ່າງໜຶ່ງສຳລັບຂະແໜງການທ່ອງທ່ຽວຂອງລາວ ພາຍຫຼັງປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19.

ປັດຈຸບັນນີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວໄດ້ວາງແຜນການໝົດປີ ໂດຍປະສານສົມທົບກັບພາກສ່ວນຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງ 17 ແຂວງ ແລະ ນະຄອນໃນທົ່ວປະເທດລາວວາງໂຄງການທ່ອງທ່ຽວ 79 ໂຄງການ, ໃນນັ້ນລວມທັງໂຄງການລະດັບຊາດ 14 ໂຄງການ ແລະ ໂຄງການທ້ອງຖິ່ນ 65 ໂຄງການ. ໃນຂະນະດຽວກັນ, ຍັງໄດ້ເຜີຍແຜ່ປະຕິທິນ ແລະ ຄູ່ມືການທ່ອງທ່ຽວຢູ່ຕາມສະໜາມບິນ, ສະຖານີລົດໄຟ, ສະຖານີລົດໂດຍສານເປັນຕົ້ນ, ພ້ອມທັງໂຄສະນາເຜີຍແຜ່ຊັບພະຍາກອນການທ່ອງທ່ຽວຂອງລາວຢ່າງຮອບດ້ານ ຢູ່ຕາມເວັບໄຊ, ໜັງສືພິມ, ວາລະສານ ແລະ ສື່ອື່ນໆ.


ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວເປີດເຜີຍໃຫ້ຮູ້ວ່າ, ພາກສ່ວນທ່ອງທ່ຽວຂອງລາວພວມຕັ້ງໜ້າເຂົ້າຮ່ວມງານວາງສະແດງປະເພດຕ່າງໆຢູ່ນະຄອນຄຸນໝິງ, ນະຄອນກວາງໂຈ່ວ ແລະ ນະຄອນຫຼວງປັກກິ່ງຂອງຈີນ ເພື່ອດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາຕິດຕາມສະພາບການທ່ອງທ່ຽວຂອງປະເທດລາວໃຫ້ຫຼາຍກວ່າເກົ່າ. ປັດຈຸບັນນີ້, ມີນັກທ່ອງທ່ຽວຈີນຈຳນວນຫຼວງຫຼາຍພວມຕິດຕໍ່ກັບບໍລິສັດທ່ອງທ່ຽວຂອງປະເທດລາວ ເພື່ອວາງແຜນໄປທ່ຽວລາວ. ເຊື່ອວ່າ, ນັກທ່ອງທ່ຽວເຫຼົ່ານີ້ຈະກາຍເປັນກຳລັງຫຼັກແຫຼ່ງໃນປີທ່ອງທ່ຽວລາວ 2024.

ສິ່ງທີ່ຄວນເວົ້າເຖິງນັ້ນກໍຄື: ນັບແຕ່ການເປີດນຳໃຊ້ທາງລົດໄຟຈີນ-ລາວ, ໂດຍສະເພາະແມ່ນນັບແຕ່ການເປີດນຳໃຊ້ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວເປັນຕົ້ນມາ, ໄດ້ອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງນັກທ່ອງທ່ຽວລະຫວ່າງສອງປະເທດຢ່າງຫຼວງຫຼາຍ. ຕາມສະຖິຕິ, ນັບແຕ່ການເປີດນຳໃຊ້ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໃນວັນທີ 13 ເມສາປີ 2023 ເປັນຕົ້ນມາ, ຈຳນວນຜູ້ໂດຍສານຂ້າມຊາດໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ນັບມາຮອດທ້າຍເດືອນທັນວາປີ 2023, ດ່ານບໍ່ຫານຕາມຊາຍແດນຈີນ-ລາວໄດ້ກວດກາ ແລະ ປ່ອຍຜູ້ໂດຍສານເຂົ້າ-ອອກເມືອງຫຼາຍກວ່າ 110.000 ເທື່ອຄົນ. ວັນທີ 13 ພະຈິກປີ 2023, ຂະບວນລົດໄຟໂດຍສານຂ້າມຊາດຂະບວນທຳອິດຈາກນະຄອນຫຼວງປັກກິ່ງຫານະຄອນຫຼວງວຽງຈັນໄດ້ເດີນທາງອອກຈາກນະຄອນຫຼວງປັກກິ່ງ ເຊິ່ງໄດ້ສ້າງແນວຄວາມຄິດໃໝ່ໃຫ້ແກ່ການພັດທະນາຊັບພະຍາກອນທ່ອງທ່ຽວແບບເຊື່ອມໂຍງເຂົ້າກັນຢູ່ລຽບຕາມທາງລົດໄຟຈີນ-ລາວ.


ພວກເຮົາເຊື່ອໝັ້ນວ່າ, ພາຍໃຕ້ການສະໜັບສະໜູນຂອງທາງລົດໄຟຈີນ-ລາວ ແລະ ພາຍໃຕ້ຄວາມພະຍາຍາມຮ່ວມຂອງຂະແໜງການທ່ອງທ່ຽວຂອງສອງປະເທດຈີນ ແລະ ລາວ, ປີ 2024 ອາດຈະສາມາດກາຍເປັນ “ປີທ່ອງທ່ຽວຄຳ” ຂອງປະເທດລາວ.