ຂ່າວປະກອບຮູບ: ຈີນພັດທະນາພະລັງງານສະອາດ ເພື່ອຊຸກຍູ້ການພັດທະນາແບບສີຂຽວ ແລະ ປ່ອຍກາກບອນຕ່ຳ

2024-01-22 15:38:26 cri

    ໃນຊຸມປີມໍ່ໆມານີ້, ນະຄອນທາງຊ່ານແຂວງເຮີເປີຍຈີນໄດ້ເລັ່ງລັດການພັດທະນາ ແລະ ນຳໃຊ້ພະລັງງານສະອາດເພື່ອຊຸກຍູ້ການສ້າງສາໂຄງການພະລັງງານໃໝ່ ເຊັ່ນ: ໂຮງງານຜະລິດໄຟຟ້າດ້ວຍພະລັງງານລົມ, ໂຮງງານຜະລິດໄຟຟ້າດ້ວຍແສງຕາເວັນ ແລະ ອື່ນໆ, ສົ່ງເສີມການພັດທະນາແບບສີຂຽວ ແລະ ປ່ອຍກາກບອນຕ່ຳ. ຕາມຂ່າວລາຍງານໃຫ້ຮູ້ວ່າ: ໂຮງງານຜະລິດໄຟຟ້າດ້ວຍພະລັງງານສະອາດ ຄື: ພະລັງງານລົມ ແລະ ພະລັງງານແສງຕາເວັນເປັນຕົ້ນຂອງນະຄອນດັ່ງກ່າວມີຄວາມສາມາດຜະລິດໄຟຟ້າທັງໝົດ 3.242.000 ກິໂລວັດ.