ຮອງນາຍົກຈີນເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ແລະ ກ່າວຄຳປາໄສ

2024-01-22 17:53:46 CRI

    ລະຫວ່າງວັນທີ 19 ຫາວັນທີ 20 ມັງກອນນີ້, ທ່ານລີວກົວຈົ່ງຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ທີ່ຈັດຂຶ້ນຢູ່ນະຄອນຫຼວງຄາມປາລາຂອງອູກັນດາ ແລະ ກ່າວຄຳປາໄສ.



    ທ່ານລີວກົວຈົ່ງກ່າວວ່າ: ຈີນແມ່ນສະມາຊິກຂອງບັນດາປະເທດທີ່ພວມພັດທະນາມາໂດຍຕະຫຼອດ, ຍິນດີຮ່ວມກັບປະເທດສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມອັນມະຫາສານ, ຖືເອົາການສ້າງປະຊາຄົມຮ່ວມຊາຕາກຳເປັນການຊີ້ນຳ, ຊຸກຍູ້ໃຫ້ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມອະລິຍະທຳທົ່ວໂລກ, ຮ່ວມກັນກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ,ຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດອັນແຈ້ງສະຫວ່າງທີ່ມີສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນ ແລະ ຄວາມກ້າວໜ້າ.