“ລາງວັນວິສະວະກອນແຫ່ງຊາດ”ສ່ອງແສງໃຫ້ເຫັນເຖິງຜູ້ນຳຈີນໃຫ້ຄວາມສຳຄັນຕໍ່ວິທະຍາສາດເຕັກນິກ

2024-01-22 11:47:49 cri



ວັນທີ19ມັງກອນນີ້, ພິທີມອບ “ລາງວັນວິສະວະກອນແຫ່ງຊາດ” ຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍໄດ້ຍ້ອງຍໍວິສະວະກອນຜູ້ດີເດັ່ນແຫ່ງຊາດ 81 ຄົນແລະ ທີມງານວິສະວະກອນຜູ້ດີເດັ່ນແຫ່ງຊາດ 50 ຄະນະ.

ຜູ້ທີ່ໄດ້ຮັບລາງວັນຈຳນວນ 81 ຄົນແລະ 50 ຄະນະໃນເທື່ອນີ້ມີກຳລັງຫຼັກແຫຼ່ງຂອງໂຄງການໃຫຍ່ແລະອຸປະກອນຂະໜາດໃຫຍ່, ມີບຸກຄົນນຳໜ້າດ້ານເຕັກນິກໃໝ່ແລະການປະດິດສ້າງໃໝ່, ມີນາຍຊ່າງອາວຸໂສທີ່ມີອາຍຸກາຍ70ປີແຕ່ຍັງສືບຕໍ່ສູ້ຊົນເຮັດວຽກຢູ່ແຖວໜ້າ, ພ້ອມນີ້ຍັງມີຊາວໜຸ່ມເກີດຊຸມປີ90ທີ່ກ້າບຸກບືນສູ້ຊົນນຳອີກ.



ຈາກຍານອະວະກາດ “ເສີນໂຈ່ວ” ໂຄຈອນຢູ່ອະວະກາດແລະລົດໄຟຄວາມໄວສູງຈົນຮອດກຳປັ່ນເດີນທະເລທາງໄກ, ຈາກຂົງເຂດກໍ່ສ້າງ, ພະລັງງານກັບອຸດສາຫະກຳເຄມີຈົນຮອດຂົງເຂດຜະລິດອຸປະກອນ, ຈາກຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານເອເລັກໂຕຣນິກຈົນຮອດຂົງເຂດການແພດກະສິກຳກັບສິ່ງແວດລ້ອມ, ຜູ້ມີຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນພາລະກິດສຳຄັນແຫ່ງຊາດເຫຼົ່ານີ້ລ້ວນແຕ່ແມ່ນວິສະວະກອນແຖວໜ້ານັບເປັນພັນເປັນໝື່ນຄົນ.

 ການມອບ“ລາງວັນວິສະວະກອນແຫ່ງຊາດ” ເຊິ່ງເປັນກຽດຕິຍົດສູງສຸດໃນຂົງເຂດເຕັກນິກວິສະວະກຳຂອງຈີນໄດ້ສ່ອງແສງໃຫ້ເຫັນຢ່າງເຕັມສ່ວນວ່າ ສູນກາງພັກຄອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ພາລະກິດເຕັກນິກວິສະວະກຳ ແລະໃຫ້ຄວາມເອົາໃຈໃສ່ຢ່າງສະໜິດແໜ້ນຕໍ່ພະນັກງານເຕັກນິກວິສະວະກຳ.

 ຄືດັ່ງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ກ່າວຢູ່ໃນພິທີມອບລາງວັນດັ່ງກ່າວວ່າ: ວິສະວະກອນແມ່ນກຳລັງແຮງສຳຄັນໃນການຊຸກຍູ້ໃຫ້ວິທະຍາສາດເຕັກນິກວິສະວະກຳສ້າງຄວາມສຸກໃຫ້ແກ່ມວນມະນຸດ ແລະ ສ້າງອະນາຄົດ, ແມ່ນສ່ວນປະກອບທີ່ສຳຄັນຂອງບຸກຄະລາກອນທາງຍຸດທະສາດແຫ່ງຊາດ. ບຸກຄົນແລະທີມງານທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ລ້ວນແຕ່ເປັນຕົວແທນໃຫ້ແກ່ພະນັກງານເຕັກນິກວິສະວະກຳຜູ້ດີເດັ່ນຈຳນວນມະຫາສານແລະເປັນແບບຢ່າງໃຫ້ວິສະວະກອນຈຳນວນມະຫາສານຂອງຈີນ.

ການຕີລາຄາແບບນີ້ເປັນການຊີ້ນຳຢ່າງມີວິທະຍາສາດຕໍ່ການພັດທະນາວິທະຍາສາດເຕັກນິກວິສະວະກຳຂອງຂະບວນການໃໝ່ໃນຍຸກໃໝ່ ເປັນການຍ້ອງຍໍສັນລະເສີນອັນສູງສົ່ງຕໍ່ຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກວິສະວະກຳ, ເປັນການປຸກລະດົມທາງການເມືອງໃຫ້ທົ່ວພັກແລະປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນສາມັກຄີສູ້ຊົນເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.