ຍົນໂດຍສານລຳໜຶ່ງຕົກເພພັງຢູ່ພາກເໜືອອາຟະການິດສະຖານ

2024-01-22 15:16:30 cri


    ວັນທີ21ມັງກອນນີ້, ສື່ມວນຊົນອາຟະການິດສະຖານລາຍງານວ່າ: ມີຍົນໂດຍສານລຳໜຶ່ງໄດ້ຕົກແລະເພພັງຢູ່ແຂວງບາດັກຊັນທາງພາກເໜືອອາຟະການິດສະຖານ. ຖ້າໄປຕາມແຜນ, ຍົນລຳນິ້ຈະບໍ່ບິນຜ່ານນ່ານຟ້າຂອງອາຟະການິດສະຖານ.

   ວັນທີ21ມັງກອນນີ້, ອົງການຂົນສົ່ງການບິນສະຫະພັນຣັດເຊຍປະກາດວ່າ: ຍົນ“Falcon-10” ລຳໜຶ່ງທີ່ຈົດທະບຽນຢູ່ຣັດເຊຍ ໃນຊ່ວງເວລາທີ່ບິນໄປຮອດນ່ານຟ້າອາຟະການິດສະຖານທີ່ໃກ້ກັບເຂດຊາຍແດນຕັດຈິກິດສະຖານແລະໄດ້ສູນເສຍສັນຍານໄປ. ເສັ້ນທາງການບິນຕາມໜ້າທີ່ຂອງຍົນລຳນີ້ແມ່ນໄດ້ບິນຜ່ານນະຄອນກາຢາປະເທດອິນເດຍ-ນະຄອນທັສການປະເທດອຸດສະເບກິດສະຖານ-ນະຄອນຈູກົຟສະກີປະເທດຣັດເຊຍ ເຊິ່ງມີຈຸບິນແລະຜູ້ໂດຍສານທັງໝົດ 6 ຄົນ.

   ອົງການຂົນສົ່ງການບິນດັ່ງກ່າວກ່າວວ່າກຳລັງຕິດຕໍ່ພົວພັນກັບພາກສ່ວນການບິນຂອງສອງປະເທດອາຟະການິດສະຖານແລະຕັດຈິກິດສະຖານ ແລະວຽກງານຊອກຫາຍົນຍັງດຳເນີນໄປຢູ່.