ໄພນ້ຳຖ້ວມຍ້ອນຝົນຕົກແຮງຢູ່ພາກໃຕ້ຂອງຟິລິບປິນໄດ້ເຮັດໃຫ້ 15 ຄົນເສຍຊີວິດ

2024-01-22 16:00:06 CRI

 

    ວັນທີ 21 ມັງກອນນີ້, ຄະນະກຳມະການຕ້ານໄພພິບັດແຫ່ງຊາດຟິລິບປິນໄດ້ເຜີຍແຜ່ຕົວເລກຜູ້ເສຍຊີວິດແລະບາດເຈັບໃຫ້ຮູ້ວ່າ: ຝົນຕົກແຮງຢູ່ເຂດພາກໃຕ້ຂອງຟິລິບປິນໃນຫວ່າງມໍ່ໆມານີ້ໄດ້ກໍ່ໃຫ້ເກີດໄພທຳມະຊາດຕ່າງໆ ເຊັ່ນ: ນ້ຳຖ້ວມ ແລະ ພູເຈື່ອນເປັນຕົ້ນ ແລະ ນັບມາຮອດປັດຈຸບັນ ໄດ້ເຮັດໃຫ້ມີ 15 ຄົນເສຍຊີວິດ ແລະ ອີກ 5 ຄົນບາດເຈັບ.