ກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ອັດລົງ ໂດຍໄດ້ຮຽກຮ້ອງໃຫ້ກໍ່ສ້າງໂລກທີ່ມີສັນຕິພາບ ແລະ ທ່ຽງທຳ

2024-01-22 18:06:56 CRI

    ວັນທີ 20 ມັງກອນນີ້,ກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ໄດ້ອັດລົງຢູ່ຄາມປາລາ ນະຄອນຫຼວງຂອງອູກັນດາ. ກອງປະຊຸມສຸດຍອດໄດ້ຮັບຮອງເອົາ “ຖະແຫຼງການຄາມປາລາ” ເຊິ່ງເປັນເອກະສານທີ່ມີລັກສະນະຜົນງານ ໂດຍຮຽກຮ້ອງໃຫ້ຍຶດໝັ້ນລັດທິຫຼາຍຝ່າຍ, ເພີ່ມອິດທິພົນຂອງຂະບວນການບໍ່ຮ່ວມກຸ່ມໃນວຽກງານສາກົນ ພະຍາຍາມກໍ່ສ້າງໂລກທີ່ມີສັນຕິພາບ, ຄວາມທ່ຽງທຳ ແລະ ຄວາມຈະເລີນ.



    “ຖະແຫຼງການຄາມປາລາ” ເນັ້ນໜັກຈະສືບຕໍ່ເພີ່ມທະວີການຮ່ວມມືໃຕ້ໃຕ້ ແລະ ເໜືອໃຕ້, ເຄົາລົບກົດໝາຍສາກົນ ແລະ ຫຼັກການຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສາກົນຢ່າງຮອບດ້ານ, ພ້ອມກັນຮັບມືກັບການຂົ່ມຂູ່ ແລະ ສິ່ງທ້າທາຍທີ່ປະເທດພວມພັດທະນາຜະເຊີນໃນການຊຸກຍູ້ໃຫ້ເສດຖະກິດພັດທະນາ ແລະ ສັງຄົມກ້າວໜ້າ.

 

    ຂະບວນການບໍ່ຮ່ວມກຸ່ມນີ້ໄດ້ສ້າງຕັ້ງຂຶ້ນໃນປີ 1961, ແມ່ນເວທີສຳຄັນທີ່ເຮັດໃຫ້ປະເທດໃຕ້ຂອງທົ່ວໂລກດຳເນີນການຫາລື ແລະ ການຮ່ວມມື. ປັດຈຸບັນ ຂະບວນການບໍ່ຮ່ວມກຸ່ມໄດ້ມີປະເທດສະມາຊິກ 121 ປະເທດ.