ນາຍົກອິດສະຣາແອນຄັດຄ້ານການສ້າງປະເທດປາແລັດສະຕິນ ເຮັດໃຫ້ຫຼາຍຝ່າຍບໍ່ພໍໃຈ

2024-01-22 15:34:38 cri

 

    ວັນທີ 20 ມັງກອນນີ້, ທ່ານເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນກ່າວວ່າ: ຕົນເອງບໍ່ໄດ້ໃຫ້ຄຳໝັ້ນສັນຍາທີ່ເຫັນດີໃຫ້ມີການສ້າງປະເທດປາແລັດສະຕິນ ແລະ ກ່າວຢ້ຳວ່າອິດສະຣາແອນຕ້ອງຮັກສາການຄວບຄຸມຄວາມໝັ້ນຄົງຢ່າງຮອບດ້ານຕໍ່ເຂດກາຊາ. ຄຳເວົ້າດັ່ງກ່າວໄດ້ເຮັດໃຫ້ຫຼາຍຝ່າຍບໍ່ພໍໃຈ.

    ວັນທີ 21 ມັງກອນນີ້, ທ່ານອັນໂຕນິໂອ ກູເຕີເລັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວຜ່ານສື່ສັງຄົມອອນລາຍວ່າ: ການປະຕິເສດບໍ່ຮັບເອົາ “ແຜນການສອງປະເທດ” ແລະ ຕັດຮອນສິດໃນການສ້າງປະເທດຂອງປະຊາຊົນປາແລັດສະຕິນແມ່ນເລື່ອງທີ່ຮັບເອົາບໍ່ໄດ້.

    ປະຊາຄົມໂລກເຫັນໂດຍທົ່ວໄປວ່າ: ຊ່ອງທາງພຽງໜຶ່ງດຽວທີ່ແກ້ໄຂບັນຫາປາແລັດສະຕິນແມ່ນຕ້ອງຈັດຕັ້ງປະຕິບັດ“ແຜນການສອງປະເທດ” ຄື: ສ້າງປະເທດປາແລັດສະຕິນທີ່ຖືເຂດຊາຍແດນທີ່ກຳນົດໄວ້ໃນປີ 1967 ເປັນພື້ນຖານ, ຖືນະຄອນເຢຣູຊາເລັມຕາເວັນອອກເປັນນະຄອນຫຼວງ, ມີອະທິປະໄຕ ແລະ ຄວາມເປັນເອກະລາດທີ່ເຕັມສ່ວນ, ບັນລຸໃຫ້ປາແລັດສະຕິນ ແລະ ອິດສະຣາແອນຢູ່ຮ່ວມກັນໂດຍສັນຕິຈາກຂັ້ນພື້ນຖານ, ບັນລຸໃຫ້ພາກພື້ນຕາເວັນອອກກາງມີສັນຕິພາບຢ່າງຖາວອນ.