ນາໂຕຈະຈັດການຊ້ອມຮົບຂະໜາດໃຫຍ່ທີ່ສຸດໃນຮອບຫຼາຍສິບປີ

2024-01-22 17:59:30 CRI

    ວັນທີ 21 ມັງກອນນີ້, ທ່ານອາເລັກຊານເດີ ກຣູຊີໂກ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ນາໂຕມີແຜນຈະປະສານສົມທົບເພື່ອຈັດການຊ້ອມຮົບທີ່ມີຊື່ວ່າ “ຜູ້ເດັດດ່ຽວປົກປ້ອງ2024” ຂຶ້ນ ຢູ່ຫຼາຍແຫ່ງຂອງເອີຮົບ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ໃນທີ່ສຸດນາໂຕຈະກັບຄືນສູ່ຮູບແບບສົງຄາມເຢັນໂດຍຫຼີກລ່ຽງບໍ່ໄດ້ອີກ. ການຊ້ອມຮົບເທື່ອນີ້ກໍ່ແມ່ນພາກສ່ວນໜຶ່ງຂອງສົງຄາມປະສົມເພື່ອຕໍ່ຕ້ານຣັັັັດເຊຍທີ່ປະເທດຕາເວັນຕົກກໍ່ຂຶ້ນ.



    ວັນທີ 18 ມັງກອນນີ້, ທ່ານຄຣິສໂຕເຟີ ກາໂວລີ ຜູ້ບັນຊາການໃຫຍ່ທະຫານພັນທະມິດເອີຣົບຂອງນາໂຕປະກາດວ່າ: ການຊ້ອມຮົບ “ຜູ້ເດັດດ່ຽວປົກປ້ອງ 2024” ທີ່ຈະຈັດຂຶ້ນແມ່ນການຊ້ອມຮົບທີ່ມີຂະໜາດໃຫຍ່ທີ່ສຸດຂອງນາໂຕໃນຫຼາຍສິບປີມານີ້, ມີທະຫານປະມານ 90.000 ຄົນທີ່ມາຈາກ 31 ປະເທດຈະເຂົ້າຮ່ວມການຊ້ອມຮົບໃນເທື່ອນີ້.