ຈີນສະໜັບສະໜູນອີຣານ ກັບ ປາກິດສະຖານສືບຕໍ່ແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການສົນທະນາ

2024-01-23 11:36:48 CRI


    ວັນທີ 22 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ. ມີນັກຂ່າວຕັ້ງຄຳຖາມກ່ຽວກັບບັນຫາລະຫວ່າງອີຣານ ກັບ ປາກິດສະຖານ.

 

     ທ່ານວ່າງເວີນປິ່ນຕອບວ່າ: ຈີນ ກັບ ອີຣານ ແລະ ປາກິດສະຖານລ້ວນແຕ່ຮັກສາການແລກປ່ຽນກັນຢ່າງໃກ້ຊິດ. ຂ້າພະເຈົ້າຢາກກ່າວເນັ້ນວ່າ, ອີຣານ ແລະ ປາກີສະຖານແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດອັນດີ, ກໍ່ລ້ວນແຕ່ແມ່ນເພື່ອນມິດທີ່ດີຂອງຈີນ. ຈີນສຸມໃສ່ການປົກປ້ອງສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ສາກົນມາໂດຍຕະຫຼອດ, ສະໜັບສະໜູນອີຣານ ກັບ ປາກິດສະຖານໃຫ້ສືບຕໍ່ແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການສົນທະນາ. ຈີນກໍ່ຍິນດີສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າ ແລະ ມີລັກສະນະສ້າງສັນເພື່ອປັບປຸງການພົວພັນລະຫວ່າງອີຣານ ກັບ ປາກິດສະຖານໃຫ້ດີຂຶ້ນ ໂດຍອີງຕາມຄວາມຕ້ອງການຂອງສອງປະເທດ.