ສະຖານະການຢູ່ທະເລແດງຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ຫຼາຍປະເທດສະແດງຄວາມເປັນຫ່ວງຕໍ່ອາເມຣິກາທີ່ມີເຈດຕະນາຢາກຫຼອນໂຈມຕີທາງອາກາດຢ່າງຕໍ່ເນື່ອງ

2024-01-23 12:37:21 cri

 

    ນັບແຕ່ວັນທີ 12 ມັງກອນນີ້ເປັນຕົ້ນມາ, ອາເມຣິກາ ແລະ ອັງກິດໄດ້ຫຼອນໂຈມຕີທາງອາກາດຕໍ່ກຸ່ມປະກອບອາວຸດຮູທີ. ໜັງສືພິມວໍຊີງຕັນໂພສທ໌ຂອງອາເມຣິກາໄດ້ລາຍງານຂ່າວໃນຫວ່າງມໍ່ໆມານີ້ວ່າ: ຄຽງຄູ່ກັບກຸ່ມປະກອບອາວຸດຮູທີທີ່ຢູ່ປະເທດອີເຢເມນໄດ້ປະກາດວ່າຈະສືບຕໍ່ສູ້ຮົບຕໍ່ໄປ, ສະນັ້ນ, ອາເມຣິກາມີແຜນຈະຫຼອນໂຈມຕີທາງອາກາດຢ່າງຕໍ່ເນື່ອງຕໍ່ກຸ່ມປະກອບອາວຸດດັ່ງກ່າວອີກ.

    ທ່ານຟາຍຊານ ບີນ ຟາຮານ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອຸດິດກ່າວໃນຫວ່າງມໍ່ໆມານີ້ວ່າ: ປະເທດອາຣັບບີ ຊາອຸດິດຫ່ວງຫຼາຍຕໍ່ສະຖານະການອັນເຄັ່ງຕຶງຢູ່ທະເລແດງອາດເປັນໄປໄດ້ທີ່ຈະເສຍການຄວບຄຸມ, ໃນທີ່ສຸດຈະເຮັດໃຫ້ການປະທະກັນໃນພາກພື້ນດັ່ງກ່າວຮຸນແຮງຂຶ້ນ.

    ທ່ານມູຮາມເມດ ອັນທານີ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກາຕາ ເຊິ່ງເປັນປະເທດພັນທະມິດອັນສຳຄັນຢູ່ອ່າວເປີເຊຍຂອງອາເມຣິກາກ່າວວ່າ: ຢາກຈະສະກັດກັ້ນບໍ່ໃຫ້ກຸ່ມປະກອບອາວຸດຮູທີໂຈມຕີກໍາປັ່ນຢູ່ທະເລແດງ ກໍຄວນແກ້ໄຂບັນຫາຈາກບັນຫາພື້ນຖານ, ນັ້ນກໍຄື: ບັນລຸການຢຸດຍິງຢູ່ເຂດກາຊາ, ແຕ່ການໂຈມຕີດ້ານການທະຫານຂອງອາເມຣິກາ ແລະ ອັງກິດອາດຈະເຮັດໃຫ້ສະຖານະການຮຸນແຮງຂຶ້ນຕື່ມ.